ເຈົ້າໜ້າທີ່ເລັ່ງຕິດຕາມໂຈນທີ່ກໍ່ເຫດປຸ້ນຄໍາຢູ່ຕະຫຼາດສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນ ຮອດປັດຈຸບັນເຈົ້າໜ້າທີ່ຍັງບໍ່ສາມາດຈັບໂຈນທີ່ປຸ້ນຮ້ານຄໍາຢູ່ ຕະຫຼາດສີໄຄ ເມືອງສີໂຄດຕະບອງ ນະຄອນຫຼວງວຽງຈັນໄດ້ເທື່ອ.
ເຫດດັ່ງກ່າວເກີດຂຶ້ນໃນເວລາ 13:20 ໂມງໃນວັນທີ 15 ມີນາ 2023 ທີ່ຜ່ານມານີ້ ຊຶ່ງໂຈນໃສ່ໝວກກັນນ໋ອກປິດບັງໃບໜ້າ ແລະ ມີອາວຸດຄ້າຍຄືປືນເຂົ້າປຸ້ນຄຳ, ໃນຂະນະທີ່ເຂົ້າປຸ້ນຄໍາຜູ້ກໍ່ເຫດໄດ້ໃຊ້ອາວຸດຄ້າຍຄືປືນຈີ້ພະນັກງານຂາຍ ແລ້ວ ໂດດຂຶ້ນໂຕະແວ່ນແກ້ວ ທີ່ວາງຂາຍຄໍາ ແລ້ວເຂົ້າໄປບ່ອນພະນັກງານຂາຍໂດຍໃນເວລານັ້ນມີຜູ້ຍິງສອງຄົນເມື່ອຜູ້ກໍ່ເຫດເຂົ້າໄປແລ້ວໄດ້ໄຂແວ່ນແກ້ວອອກແລ້ວກໍາເອົາ ຄໍາໄປ ແຕ່ບໍ່ໄດ້ທໍາຮ້າຍຜູ້ຍິງສອງຄົນແຕ່ຢ່າງໃດ.
ຕາມການບອກເລົ່າຂອງຜູ້ເຫັນເຫດການບອກວ່າ: ໂຈນໄດ້ຄຳໄປປະມານ 1 ກຳມືແຕ່ຍັງບໍ່ຮູ້ຈຳນວນຈັກບາດ ແລະ ມີມູນຄ່າເທົ່າໃດ.