ເກີດແຜ່ນດິນໄຫວ​ ຄວາມແຮງສັ່ນສະເທືອນຂະໜາດ​ 3.1 ຣິກເຕີ​ ຢູ່ເມືອງ​ຈອມເພັດ​ ແຂວງຫຼວງພະບາງ

    0
    37

    ເກີດແຜ່ນດິນໄຫວ​ ຂະໜາດ​ 3.1 ຣິກເຕີ​ ຢູ່ເມືອງ​ຈອມເພັດ​ ແຂວງຫຼວງພະບາງລາຍງານສະພາບການເກີດແຜ່ນດິນໄຫວ ໃນຄັ້ງວັນທີ 17 ມີນາ 2023, ເວລາ 20:51 ໂມງ​ ຈາກສູນຂໍ້ມູນຂ່າວສານແຜ່ນດິນໄຫວແຫ່ງຊາດລາວ ໃນຂອບເຂດທົ່ວປະເທດເຊິ່ງໄດ້ພົບສັນຍານການເກີດແຜ່ນດິນໄຫວພາຍ ໃນປະເທດລາວ ຈຳນວນ 01 ຄັ້ງ, ໃນບໍລິເວນ ແຂວງ ຫຼວງພະບາງ, ລາຍລະອຽດຂອງການເກີດແຜ່ນດິນໄຫວ ມີຄືດັ່ງລຸ່ມນີ້:

    1. ໃນເວລາ 20:51:23, ຂອງໂມງທ້ອງຖິ່ນໄດ້ພົບສັນຍານແຜ່ນດິນໄຫວຈຸດສູນກາງ ເສັ້ນຂະໜານທີ່ 19.973°N ແລະ​ ເສັ້ນແວງທີ່ 102.193°E ຄວາມແຮງສັ່ນສະເທືອນວັດແທກໄດ້ 3.1 ຣິກເຕີ, ເຊິ່ງມີຄວາມເລິກຈາກເທິງໜ້າດິນປະມານ 1 Km ຈຸດສູນກາງເກີດແຜ່ນດິນໄຫວຢູ່ທີ່ ບໍລິເວນ ບ້ານ ສະໜຸກ ເມືອງ ຈອມເພັດ ແຂວງ

    ຫຼວງພະບາງ, ເຊິ່ງຈຸດເກີດແຜ່ນດິນໄຫວແມ່ນຫ່າງຈາກເທດສະບານ ເມືອງ ຈອມເພັດ ປະມານ 11 Km.ໝາຍເຫດ: ເຫດການແຜ່ນດິນໄຫວໃນເບື້ອງຕົ້ນຍັງບໍ່ມີລາຍງານຜົນເສຍຫາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.