ຈັບຜູ້ແອບອ້າງເປັນເຈົ້າໜ້າທີ່ ຮັບແລ່ນເອົາຄົນເຂົ້າຕຳຫຼວດ ມີຜູ້ຕົກເປັນເຫຍື່ອເສຍຫາຍຫລາຍຮ້ອຍລ້ານກີບ

    0
    39

    ອີງຕາມປ້ອງກັນຄວາມສະຫງົບນະຄອນຫລວງວຽງຈັນ ລາຍງານວ່າ:  ເຈົ້າໜ້າທີ່ ປກສ ເມືອງນາຊາຍທອງ ສາມາດຈັບຕົວ ທ້າວ ກິດຕິພອນ ອາຍຸ 35 ປີ ກໍາມະກອນ ຢູ່ບ້ານໂພນສະຫວັນ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ ມາດໍາເນີນຄະດີ ໃນວັນທີ 4 ກຸມພາ 2023, ໃນຂໍ້ຫາສໍ້ໂກງຊັບພົນລະເມືອງ ຍ້ອນມີການເຄື່ອນໄຫວຕົວະຍົວະ

    ຫລອກລວງ ແອບອ້າງຕົນເອງວ່າເປັນເຈົ້າໜ້າທີ່ ປກສ, ມີຄວາມສາມາດແລ່ນເອົາຄົນເຂົ້າກຳລັງ ປກສ ແລະແລ່ນຮັບປະກັນເອົາຜູ້ຖືກຫາອອກຈາກຄ້າຍຄຸມຂັງໄດ້ທຸກແຂວງ ເຮັດໃຫ້ມີຄົນຫລົງເຊື່ອ ແລະ ມີຜູ້ຕົກເປັນເຫຍືອ 2 ຄົນ ທີ່ສູນເສຍເງິນໄປນຳຜູ້ກ່ຽວຫລາຍລ້ານຮ້ອຍລ້ານກີບ.

    ທ່ານ ພັທ ສີພອນ ວິໄລສິນ ຮອງຫົວໜ້າພະແນກຕໍາຫລວດ ປກສ ເມືອງນາຊາຍທອງ ໃຫ້ຮູ້ວ່າ: ໃນວັນທີ 12 ມັງກອນ 2023 ກອງບັນຊາການ ປກສ ເມືອງນາຊາຍທອງ ໄດ້ຮັບເອກະສານຄຳຮ້ອງຟ້ອງຈາກຜູ້ຖືກເສຍຫາຍ ຢູ່ເມືອງສີສັດຕະນາກ ວ່າໃນວັນທີ 8 ພະຈິກ 2022 ໄດ້ຖືກ ທ້າວ ກິຕິພອນ ຕົວະຍົວະຫລອກລວງ ສໍ້ໂກງເອົາເງິນ

    ຂອງຕົນໄປ ຈໍານວນເງິນ 1.500.000 ບາດ ແລະ 4.000.000 ກີບ ໂດຍແອບອ້າງເປັນເຈົ້າໜ້າທີ່ ປກສ ຮັບປະກັນເອົານ້ອງຊາຍຂອງຕົນອອກຈາກຄ້າຍຄຸມຂັງ ພາຍໃນກໍານົດເວລາ 35 ວັນ, ຖ້າຄົບກໍານົດແລ້ວຍັງບໍ່ໄດ້ອອກແມ່ນສົ່ງເງິນຄືນ. ແຕ່ເຖິງປັດຈຸບັນ ທ້າວ ກິຕິພອນ ກໍບໍ່ສາມາດແລ່ນຮັບປະກັນເອົານ້ອງຊາຍຂອງຕົນອອກຄ້າຍ

    ຄຸມຂັງໄດ້ຕາມຄຳອວດອ້າງເລີຍທວງເງິນຄືນ ແຕ່ຜູ້ກ່ຽວກໍ່ບ່າຍບ່ຽງ ແລະ ເອົາຕົວຫລົບຫລີກ. ນອກນັ້ນ ໃນເດືອນມັງກອນ ປີ 2021, ທ້າວ ກິຕິພອນ ໄດ້ໃຊ້ຮູບການດຽວກັນ ສໍ້ໂກງເອົາຊັບສິນປະຊາຊົນ ຢູ່ບ້ານໂພນສະຫວາດເໜືອ ເມືອງສີໂຄດຕະບອງ ໂດຍໄດ້ຕົວະວ່າ: ເປັນຜູ້ມີຄວາມສາມາດແລ່ນເອົາຄົນເຂົ້າກຳລັງ ປກສ ເຊິ່ງມີຜູ້

    ເສຍຫາຍໜຶ່ງຄົນ ໄດ້ເອົາເງິນໃຫ້ ທ້າວ ກິຕິພອນ ຈໍານວນເງິນ 53.000.000 ກີບ ມາຮອດປັດຈຸບັນກໍຍັງບໍ່ໄດ້ເຂົ້າກຳລັງ ປກສ ຕາມຄໍາກ່າວອ້າງນັ້ນ.
    ພາຍຫລັງສືບສວນ-ສອບສວນ ສໍາເລັດ ກອງບັນຊາການ ປກສ ເມືອງນາຊາຍທອງ ຈະໄດ້ສະຫລຸບຄະດີ ສົ່ງມອບໃຫ້ອົງການໄອຍະການປະຊາຊົນເຂດ I ນະຄອນຫລວງວຽງຈັນ ດຳເນີນຄະດີຕາມຂັ້ນຕອນຂອງກົດໝາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.