ສາວການາດາ ອາຍຸ 18 ປີ ດວງເຮັງຖືກເລກຊື້ເລກຄັ້ງທິດກໍຖືກເລກ 48 ລ້ານໂດລາການາດາ ຫຼື 35,8 ລ້ານໂດລາສະຫະລັດ

    0
    66

    ສາວການາດາ ອາຍຸ 18 ປີ ດວງເຮັງ ຖືກເລກ ຮັບເງິນລາງວັນ 48 ລ້ານໂດລາການາດາ ຫຼື 35,8 ລ້ານໂດລາສະຫະລັດ ພາຍຫຼັງພໍ່ຕູ້ໃຫ້ລອງສ່ຽງໂຊກຫຼັງປີໃໝ່.

    ຈູລຽດ ລາມູ ສັນຊາດການາດາ ຜູ້ດວງເຮັງ ໄດ້ຊື້ເລກເປັນຄັ້ງທຳອິດໃນຊີວິດ ແຕ່ກັບຖືກເລກຢ່າງໜ້າເຫຼືອເຊື່ອ ເຮັດໃຫ້ລາວເປັນຜູ້ທີ່ຖືກລາງວັນທີ່ມີອາຍຸນ້ອຍທີ່ສຸດ ເຊິ່ງໄດ້ຮັບເງິນລາງວັນໃນຄັ້ງນີ້ໄປ 48 ລ້ານໂດລາການາດາ ຫຼື 35,8 ລ້ານໂດລາສະຫະລັດ (610ຕື້ກີບ).

    ໂດຍ ຈູລຽດ ລາມູ ກ່າວວ່າ ຮູ້ສຶກດີໃຈຫຼາຍ ແລະ ໄດ້ລືມເລື່ອງຂອງເລກທີ່ຊື້ໄວ້ ຈົນໄດ້ຍິນຂ່າວຄົນທີ່ຢູ່ໃນເມືອງດຽວກັນຖືກເລກ ງວດວັນທີ 7 ມັງກອນ ຈູລຽດ ຈຶ່ງຕັດສິນໃຈກວດເລກຂອງລາວຈຶ່ງຮູ້ວ່າຕົນ ຖືກເລກລາງວັນໃຫຍ່.

    ລາວຍັງໄດ້ກ່າວວ່າ ເງິນທີ່ໄດ້ມາ ຈະເອົາໄປຮຽນຕໍ່ແພດໃນມະຫາວິທະຍາໄລໂດຍບໍ່ຕ້ອງກູ້ເງິນ ຫຼື ຂໍເງິນຊ່ວຍເຫຼືອ ນອກນີ້ ກໍຈະນຳເງິນໄປຊ່ວຍເຫຼືອສັງຄົມ ແລະ ອອກເດີນທາງຫາປະສົບການທີ່ຕ່າງປະເທດອີກດ້ວຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.