ລາຍງານໂດຍສຳນັກຂ່າວ Reuters ໃຫ້ຮູ້ວ່າ: Chrach Pov ອາຍຸ 43 ປີ ເກັບສະສົມເງິນຈາກການເຮັດອາຊີບກໍ່ສ້າງດົນກວ່າ 30 ປີ ເພື່ອສ້າງບ້ານໃນຝັນ ຂອງຕົນເອງນັ້ນກໍ່ຄືບ້ານທີ່ສ້າງມາແບບເຄື່ອງບິນຫຼັງນີ້ ທີ່ຕັ້ງຢູ່ສຽບຣຽບ, ປະເທດກຳປູເຈຍ , ເຊິ່ງລາວບອກວ່າເປັນຄວາມຝັນຂອງຕົນເອງ ແລະລາວມີແຮງບັນດານໃຈສ້າງເຮືອນເປັນ
ຮູບແບບຄືຍົນ ເນື່ອງຈາກລາວບໍ່ມີໂອກາດໄດ້ຂີ່ເຮືອບິນ ເຮັດໃຫ້ລາວມີແນວຄິດທ້ອນເງິນ ເພື່ອປຸກເຮືອຮູບແບບຈຳລອງຄືເຮືອບິນລຳໜຶ່ງ.ເຮືອນມີໂຄງສ້າງ ມີຄວາມຍາວ 20 ແມິດ ແລະສູງ 4 ແມັດ ແລະສູງຈາກພື້ນດິນ 6 ແມັດ,ເຊິ່ງຫ່າງອອກໄປຈາກນະຄອນວັດ 4 ກິໂລແມັດ ແລະຢູ່ໃກ້ສະຖານທີ່ທ່ອງທ່ຽວຈະມັກເຫັນຍົນບິນຂຶ້ນບິນລົງຢູ່ເລື້ອຍໆ
ຈົນກາຍເປັນຄວາມຝົນທີ່ຢາກຈະສ້າງບ້ານເປັນແບບຍົນເຊິ່ງບ້ານຈະມີ 2 ຫ້ອງນອນ ແລະ 2 ຫ້ອງນໍ້າ, ເຊິ່ງລາວໃຊ້ງົບປະມານໃນການສ້າງແມ່ນ 20,000 ໂດລາສະຫະລັດ. ແຕ່ໃນປັດຈຸບັນ ລາວຍັງສືບຕໍ່ປຸກສ້າງເຮືອນແບບຈຳລອງຄືຍົນນີ້ຕໍ່ ເນື່ອງຈາກຍັງບໍ່ທັນສຳເລັດ100ສ່ວນຮ້ອຍ ແລະ ໃນອະນາຄົດລາວກໍຈະເຮັດຮ້ານຄາເຟ່ຢູ່ຂ້າງເຮືອນຂອງລາວອີກດ້ວຍ.