ຈາກສື່ສັງຄົມອອນລາຍໄດ້ລົງຂ່າວເມື່ອບໍ່ດົນມານີ້ ກ່ຽວກັບການເກັບເງິນຄ່າຜ່ານຂົວເຮັດດ້ວຍແຕະໄມ້ໃຜ່ທີ່ປະຊາຊົນສ້າງຂຶ້ນຢູ່ຫ້ວຍກະເພີ ປະເພດລົດຈັກ ຈໍານວນ 10.000 ກີບ/ຄັນ ເຮັດໃຫ້ສັງຄົມ ກໍຄື ປະຊາຊົນທີ່ສັນຈອນຜ່ານເສັ້ນທາງດັ່ງກ່າວມີຄວາມສົນໃຈຫລາຍ !!!
ຕໍ່ບັນຫານີ້ ທ່ານ ສົມລິດ ປັນທະບົວສີ, ເຈົ້າເມືອງບາງຈຽງຈະເລີນສຸກ, ແຂວງຈໍາປາສັກ ໄດ້ຊີ້ແຈງວ່າ: ໃນວັນທີ 19 ມັງກອນ 2023 ມີລົດບັນທຸກຂົນມັນຕົ້ນມາຕາມເສັ້ນທາງເລກທີ 20 ຈາກແຂວງສາລະວັນ ຫາເມືອງບາຈຽງຈະເລີນສຸກ. ເມື່ອໄປຮອດຂົວຫ້ວຍກະເພີຢູ່ເຂດ ບ້ານແກ້ງເກ່ຍ, ເມືອງບາຈຽງຈະເລີນສຸກ, ລົດຄັນດັ່ງກ່າວເສຍ
ຫລັກໄປຕໍາເອົາຮົ້ວຂົວ ເຮັດໃຫ້ຂົວຊຸດຕົວລົງຈົນບໍ່ສາມາດສັນຈອນໄປ-ມາໄດ້. ເມື່ອເປັນແນວນັ້ນປະຊາຊົນ ບ້ານແກ້ງເກ່ຍ ໄດ້ພ້ອມກັນສ້າງຂົວທີ່ເຮັດດ້ວຍແຕະໄມ້ໃຜ່ ເພື່ອແກ້ໄຂໃຫ້ສາມາດຂ້າມຫ້ວຍກະເພີ ໄປ-ມາໄດ້ຊົ່ວຄາວສະເພາະຄົນຍ່າງ, ລົດຖີບ ແລະ ລົດຈັກເທົ່ານັ້ນ. ເມື່ອໄດ້ສ້າງຂົວດັ່ງກ່າວສໍາເລັດ ປະຊາຊົນໄດ້ຂໍປັດໄຈຈາກຜູ້ໃຊ້ບໍລິການ
ດ້ວຍການເກັບເງິນຄ່າຜ່ານຂົວ ສໍາລັບລົດຈັກ ຈໍານວນ 10.000 ກີບ/ຄັນ ເພື່ອມາຊື້ວັດຖຸອຸປະກອນສໍາລັບການກໍ່ສ້າງຂົວ.ເຈົ້າເມືອງບາງຈຽງຈະເລີນສຸກ ໃຫ້ຮູ້ຕື່ມວ່າ: ປະຊາຊົນ ບ້ານແກ້ງເກ່ຍ ໄດ້ເກັບເງິນນໍາຜູ້ສັນຈອນໄປ-ມາຜ່ານຂົວດັ່ງກ່າວເປັນເວລາ 2 ວັນ ຄື: ວັນທີ 29-30 ມັງກອນ, ຫລັງຈາກນັ້ນ ໃນວັນທີ 31 ມັງກອນຜ່ານມາ
ນີ້ ເມື່ອອົງການປົກຄອງເມືອງຮູ້ຂ່າວ ຈິ່ງໄດ້ແຕ່ງຕັ້ງຄະນະຮັບຜິດຊອບລົງກວດກາຕົວຈິງ ເຊີ່ງອົງການປົກຄອງບ້ານຍອມຮັບວ່າໄດ້ເກັບເງິນດັ່ງທີ່ເປັນຂ່າວແທ້ ເພື່ອນໍາມາໃຊ້ຊື້ວັດຖຸອຸປະກອນເຂົ້າໃນການກໍ່ສ້າງ ແລະ ການບູລະນະຂົວດັ່ງກ່າວ. ຈາກນັ້ນ ອົງ ການປົກຄອງເມືອງຈິ່ງໃຫ້ຢຸດເຊົາເກັບເງິນ ແລະ ໃຫ້ສາມາດສັນຈອນໄປ-ມາໄດ້ໂດຍບໍ່ເສຍຄ່າແຕ່ຢ່າງໃດ.
ທ່ານຢືນຢັນຕື່ມວ່າ: ການທີ່ປະຊາຊົນບ້ານແກ້ງເກ່ຍ ເກັບເງິນນໍາຜູ້ສັນຈອນໄປ-ມາຜ່ານຂົວດັ່ງກ່າວໃນຄັ້ງນີ້ແມ່ນບໍ່ໄດ້ຜ່ານການປຶກສາຫາລື ຫລື ຜ່ານການຕົກລົງເຫັນດີຈາກອົງການປົກຄອງ ເມືອງບາຈຽງຈະເລີນສຸກ ແຕ່ຢ່າງໃດ. ຢ່າງໃດກໍຕາມ ປັດຈຸບັນ, ແມ່ນເຊົາເກັບແລ້ວ. ສ່ວນຂົວຫ້ວຍກະເພີ ທີ່ຫັກເພລົງ, ອົງການປົກຄອງເມືອງ ໄດ້ລາຍງານພາກສ່ວນທີ່ກ່ຽວຂ້ອງຂອງແຂວງ ແລະ ໄດ້ລາຍງານຕໍ່ກະຊວງ ໂຍທາທິການ ແລະ ຂົນສົ່ງ ຮັບຮູ້ແລ້ວ ເພື່ອຫາວິທີແກ້ໄຂຕໍ່ໄປ.