ທ່ານ ນາງ ກັນຍາ ກາຍເປັນຄົນລາວຄົນທໍາອິດຮັບຕໍາແໜ່ງຄະນະບໍລິຫານງານ ຟີຟາ

    0
    52

    ເປັນຂ່າວດີສໍາລັບວົງການບານເຕະລາວ ຫຼ້າສຸດ ສະຫະພັນບານເຕະແຫ່ງຊາດລາວ ປະກາດຂ່າວດີຜ່ານເພຈ໌ບຸກທາງການວ່າ: ທ່ານ ນາງ ກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະ ແຫ່ງຊາດລາວ ໄດ້ຮັບການເລືອກຕັ້ງ ເປັນຄະນະບໍລິຫານງານ ສະຫະພັນບານເຕະນາໆຊາດ ຫລື FIFA ສົກປີ 2023-2027 ຕາມການຮັບຮອງໃນກອງປະຊຸມໃຫຍ່ ສະຫະພັນບານເຕະອາຊີ ຄັ້ງທີ 33 ທີ່ປະເທດບາເຣນ.

    ທ່ານ ນາງ ກັນຍາ ແກ້ວມະນີ ໄດ້ຖືກສະເໜີ ຊື່ ຈາກ ສະຫະພັນບານເຕະແຫ່ງຊາດລາວ ເຂົ້າເລືອກຕັ້ງ ໃນຕຳແໜ່ງຄະນະບໍລິຫານງານ FIFA ຫລື FIFA Council Member ໂດຍຕຳແໜ່ງດັ່ງກ່າວແມ່ນຈະເປັນຕົວແທນຈາກທະວີບອາຊີ ໃນເວທີບໍລິຫານກິລາບານເຕະລະດັບໂລກ ເຊິ່ງຕົວແທນ ຈາກທະວີບອາຊີ ຈໍານວນ 6 ທ່ານ ຜ່ານການເລືອກຕັ້ງຈາກຊາດສະມາຊິກຂອງ ສະຫະພັນບານເຕະອາຊີ ມີດັ່ງນີ້:

    1. ທ່ານ ນາງກັນຍາ ແກ້ວມະນີ ເລຂາທິການ ສະຫະພັນບານເຕະແຫ່ງຊາດລາວ , 2. ທ່ານ Hamad bin Khalifa bin Ahmed al-Thani ປະທານ ສະຫະພັນບານເຕະກາຕ້າ , 3. ທ່ານ Yasser Al-Misehal ປະທານ ສະຫະພັນບານເຕະຊາອຸດິອາເຣເບຍ

    4. ທ່ານ Kozo Tashima ປະທານ ສະພັນບານເຕະຢີ່ປຸ່ນ , 5. ທ່ານ Mariano V. Araneta ປະທານ ສະຫະພັນບານເຕະຟິລິບປິນ , 6. ທ່ານ Datuk Hamidin Mohd Amin ປະທານສະຫະພັນບານເຕະມາເລເຊຍ ສໍາລັບ ທ່ານ ນາງ ກັນຍາ ແກ້ວມະນີ້ ແມ່ນສະມາຊິກຈາກປະເທດລາວຄົນທຳອິດທີ່ ໄດ້ຮັບຕຳແໜ່ງໃນການເປັນຄະນະບໍລິຫານງານ FIFA ເຊິ່ງປັດຈຸບັນຖືວ່າເປັນ ອົງກອນກິລາທີ່ໃຫຍ່ທີ່ສຸດໃນໂລກ ຮັບຜິດຊອບການພັດທະນາກິລາບານເຕະ ແລະ ຈັດການແຂ່ງຂັນກິລາຍອດນິຍົມສູງສຸດໃນໂລກ ກໍຄື ການແຂ່ງຂັນບານໂລກ ຫລື FIFA World Cup.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.