ຫວ່າງມໍ່ໆມານີ້, ເວັບໄຊການທ່ອງທ່ຽວຂອງອົດຕຣາລີໄດ້ລົງບົດຄວາມ ໂດຍໄດ້ຈັດເອົາປະເທດລາວເຂົ້າໃນບັນຊີລາຍຊື່ຈຸດໝາຍປາຍທາງດ້ານການທ່ອງທ່ຽວ 25 ແຫ່ງທີ່ມີກຳລັງດຶງດູດນັກທ່ອງທ່ຽວຫຼາຍທີ່ສຸດຢູ່ໃນໂລກປະຈຳປີ 2023.
ລາວໄດ້ເປີດນ້ຳໃຊ້ເສັ້ນທາງລົດໄຟຈີນ-ລາວທີ່ເຊື່ອມຕໍ່ລະຫວ່າງນະຄອນຫຼວງວຽງຈັນກັບບໍ່ເຕັນທີ່ເຂດຊາຍແດນພາກເໜືອຂອງລາວ. ເສັ້ນທາງລົດໄຟສາຍນີ້ບໍ່ພຽງແຕ່ໄດ້ເຊື່ອມຕໍ່ເມືອງທ່ອງທ່ຽວຕ່າງໆຂອງລາວທີ່ມີຊື່ສຽງ ເຊັ່ນ: ວັງວຽງ, ຫຼວງພະບາງ, ເມືອງໄຊ ແລະ ອື່ນໆເທົ່ານັ້ນ, ຍັງໄດ້ຫຼຸດເວລາການເດີນທາງອີກດ້ວຍ.
ນັບແຕ່ປີ 2023 ເປັນຕົ້ນມາ, ວາລະສານການທ່ອງທ່ຽວທີ່ມີຊື່ສຽງຫຼາຍສະບັບໄດ້ປະກາດປະເທດລາວເປັນຈຸດໝາຍປາຍທາງດ້ານການທ່ອງທ່ຽວທີ່ເປັນທາງເລືອກທຳອິດ, ປະເທດລາວກໍໄດ້ກາຍເປັນໜຶ່ງໃນຈຸດໝາຍປາຍທາງດ້ານການທ່ອງທ່ຽວທີ່ໄດ້ຮັບຄວາມນິຍົມຫຼາຍທີ່ສຸດໃນປີ 2023.ຂ່າວ: CRI-FM93