ເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ຢຶດລົດກະບະ 2 ຄັນນໍາເຂົ້າບໍ່ຖືກຕ້ອງ

    0
    55

    ວັນທີ 31 ມັງກອນ 2023 ຜ່ານມານີ້, ເຈົ້າໜ້າທີ່ພາສີພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ (ພສປ) ກົມພາສີ ກະຊວງການເງິນ, ປະຈໍາ

    ການຢູ່ຈຸດປະສານງານນາເລົ່າ ແຂວງບໍລິຄໍາໄຊ, ໄດ້ປະສານສົມທົບກັບເຈົ້າໜ້າທີ່ພາສີປະຈໍາແຂວງຄໍາມ່ວນ, ໄດ້ອອກປະຕິບັດໜ້າທີ່ຕາມສາຍຂ່າວຢູ່ເຂດເມືອງໜອງບົກ ແຂວງຄໍາມ່ວນ ແລະ ໄດ້ຕິດຕາມກວດກາຢຶດລົດກະບະ 4 ປະຕູຈໍານວນ 02 ຄັນຍີ່ຫໍ້ໂຕໂຍຕ້າ ລີໂວ ແລະ ໂຕໂຍຕ້າວີໂກ.

    ຜ່ານການສືບສວນ-ສອບສວນເບື້ອງຕົ້ນ: ລົດດັ່ງກ່າວແມ່ນນໍາເຂົ້າມາບໍ່ຖືກຕ້ອງ, ບໍ່ມີເອກກະສານນໍາເຂົ້າເສຍພາສີ-ອາກອນ. ດັ່ງນັ້ນ, ຈຶ່ງໄດ້ມອບລົດທັງ 2 ຄັນໃຫ້ພາສີ ປະຈໍາແຂວງຄໍາມ່ວນດໍາເນີນຂັ້ນຕອນຕາມກົດໝາຍ ແລະ ລະບຽບການຕໍ່ໄປ.


    ເຈົ້າໜ້າທີ່ພາສີ ພະແນກສືບສວນ-ສອບສວນ ແລະ ປາບປາມການລັກລອບໜີພາສີ ຢຶດລົດກະບະ 2 ຄັນນໍາເຂົ້າບໍ່ຖືກຕ້ອງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.