ພໍ່ແທບລົ້ມທັງຢືນ ລູກຊາຍ 2 ປີ ຍ່ຽວໃສ່ກະປ໋ອງເບຍ ພໍ່ບໍ່ຮູ້ຍົກດື່ມຈົນໝົດກະປ໋ອງ

    0
    47

    ໜຸ່ມຈີນແທບຊຸດ ຫຼັງຖືກລູກຊາຍໂຕນ້ອຍລັກຍ່ຽວໃສ່ເບຍ ດ້ວຍຄວາມທີ່ຜູ້ເປັນພໍ່ບໍ່ຮູ້ເລີຍຈັດໄປເລີຍໝົດກະປ໋ອງ ຮາກເກືອບບໍ່ທັນ ວ່າຢູ່ລົດຊາດແປກໆ ເມື່ອບໍ່ດົນນີ້ພໍ່ຊາວ

    ຈີນຄົນໜຶ່ງຕ້ອງເຈິກັບປະສົບການຂົນຫົວລຸກ ຖືເປັນອຸທາຫອນສອນໃຈວ່າກ່ອນຈະດື່ມຫັຍງຄວນເຊັກໃຫ້ດີ ເພາະບໍ່ດັ່ງນັ້ນອາດໄດ້ດື່ມຍ່ຽວກໍ່ເປັນໄດ້ ນີ້ເປັນເລື້ອງລາວຂອງ

    ຄອບຄົວໜຶ່ງໃນມົນທົນເຮຫຼົງຈຽງ ຂະນະທີ່ທ້າວເຫຼິນ ຜູ້ເປັນພໍ່ກຳລັງລ້າງຈານຢູ່ໃນເຮືອນຄົວ ເລີຍຫັນໄປເຫັນກະປ໋ອງເບຍທີ່ວາງໄວ້ເທິງໂຕະ ໃນຕອນທຳອິດຕັ້ງໃຈວ່າຈະເອົາໄປ

    ຖິ້ມ ແຕ່ເມື່ອຈັບຂຶ້ນມາແລ້ວພົບວ່າທາງໃນກະປ໋ອງເບຍຍັງເຫຼືອຢູ່ ເລີຍດື່ມເບຍທີ່ເຫຼືອນັ້ນໃຫ້ໝົດພາຍໃນບາດດຽວ ແລະຫຼັງຈາກນັ້ນກໍ່ມ້ວນປາກອອກຈົນບໍ່ທັນ ແລະເມຍໄດ້

    ເປີດເຜີຍວ່າ ໃນມື້ນັ້ນຄອບຄົວໄດ້ເຮັດເຮັດກິນກັນແລະ ກິນເຂົ້າຢ່າງພ້ອມໜ້າພ້ອມຕາສ່ວນຜູ້ເປັນຜົວໄດ້ດື່ມເບຍໄປ 2-3 ກະປ໋ອງ ຈຶ່ງບໍ່ທັນໄດ້ສັງເກດທ່າທີຂອງລູກຊາຍໄວ

    2 ປີ ຈາກນັ້ນຜູ້ເປັນຜົວກໍ່ອາສາເປັນຄົນລ້າງຈານແລະເຫັນວ່າຍັງມີເບຍເຫຼືອໃນກະປ໋ອງຢູ່ ຈຶ່ງຈັບມາດື່ມແບບບໍ່ໄດ້ຄິດຫັຍງ ຈາກນັ້ນບໍ່ດົນກໍ່ໄດ້ຍິນສຽງຜູ້ເປັນຜົວຮ້ອງອອກ

    ມາຈາກເຮືອນຄົວ ຜູ້ເປັນເມຍຈຶ່ງຟ້າວແລ່ນໄປເບິ່ງຢ່າງໄວແລະພົບວ່າຜົວກຳລັງມ້ວນປາກຢູ່ ໃບໜ້າຜົວແດງ ກ່ຳ ເລີຍຖາມລູກຊາຍເຖິງເລື້ອງນີ້ ແລະລູກຊາຍກໍ່ບອກວ່າເປັນ

    ຄົນຍ່ຽວໃສ່ ກະປ໋ອງເບຍເອງ ເຊິ່ງລູກຊາຍຂອງຕົນຂ້ອນຂ້າງເປັນເດັກຂີ້ດື້ ແລະຫຼັງຈາກເຫດການນີ້ເກີດຂຶ້ນກໍ່ໄດ້ສອນລູກເພື່ອບໍ່ໃຫ້ເກີດເຫດກາຮແບບນີ້ຂຶ້ນ ສ່ວນຜູ້ເປັນພໍ່

    ກ່າວວ່າຕອນທີ່ດື່ມເບຍເຂົ້າໄປຮູ້ສຶກວ່າອຸ່ນຜິດປົກກະຕິ ແຖມລົດຊາດກໍ່ບໍ່ຄ່ອຍຖືກປາກ ບໍ່ແມ່ນແຕ່ເຄັມແຕ່ຍັງມີບົດຝາດນຳ ຈຶ່ງມ້ວນປາກຖິ້ມແລະ ລ້າງປາກຢ່າງຕໍ່ເນື່ອງຫຼາຍນາທີ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.