ຄົນເກີດວັນອາທິດ:ການງານມີໂອກາດປັບປ່ຽນຫນ້າທີ່ ຕຳແໜ່ງ ຫລື ສະຖານະການຕ່າງໆ ທີ່ທ່ານຕ້ອງພົບອຸປະສັກຈາກຜູ້ທີ່ເປັນເຈົ້ານາຍເຮັດໃຫ້ອຶດອັດໃຈກໍເປັນໄປໄດ້ ການເງິນມີຄວາມຫມັ້ນຄົງທາງດ້ານການເງິນດີພໍສົມຄວນ ບໍ່ມີເລື່ອງເດືອດຮ້ອນໃດໆ ເຂົ້າມາລົບກວນຈິດໃຈ ຄວາມຮັກມີໂອກາດພົບໃຜບາງຄົນ ແຕ່ເປັນການເບິ່ງໆ ກັນຫລາຍກວ່າທີ່ຈະຕັດສິນໃຈ ຕ້ອງແບ່ງເວລາ ຫລືໃຫ້ເວລາກັນຫລາຍຂຶ້ນຈຶ່ງຈະດີ ເຄື່ອງມຸງຄຸນຫິນນໍາໂຊກສີເຫຼືອງ ສີມຸງຄຸນສີຟ້າອ່ອນ ເລກນຳໂຊກ1 6
ຄົນເກີດວັນຈັນ:ການງານຈະວາງແຜນເຮັດສິ່ງໃດໃນໄລຍະນີ້ມີແຕ່ຄວາມສຳເລັດ ກ່ຽວກັບເລື່ອງການງານໄດ້ພົບກັບຄວາມກ້າວໜ້າຢ່າງທີ່ຄາດຫວັງ ການເງິນຍັງຢູ່ໃນເກນຊົງຕົວຫລາຍກວ່າ ແຕ່ກໍສະຫລຽວສະຫລາດໃນການໃຊ້ຈ່າຍ ສາມາດທີ່ຈະຜ່ານພົ້ນສະຖານະການການເງິນຂາດມືໄປໄດ້ ຄວາມຮັກມີໂອກາດພົບຄູ່ ພົບຄົົນທີ່ຖືກໃຈໃນໄລຍະນີ້ ແຕ່ໄລຍະທາງ ຫລືເລື່ອງຂອງເວລາຍັງມີໃຫ້ກັນບໍ່ຫລາຍພໍ ສໍາລັບຄົນມີຄູ່ ທ່ານເປັນຄົນຂີ້ນ້ອຍໃຈ ແຕ່ຄວນມີຂອບເຂດແດ່ບໍ່ດັ່ງນັ້ນຄົນທີ່ທ່ານຮັກອາດໄປມີໃໝ່ ເຄື່ອງມຸງຄຸນ ຄໍາ
ສີມຸງຄຸນສີຂຽວ ເລກນຳໂຊກ5
ຄົນເກີດວັນອັງຄານ:ການງານຍັງຢູ່ໃນສະຖານະການທີ່ບໍ່ແນ່ນອນ ໄລຍະນີ້ເປັນການແກ້ໄຂສະຖານະການແບບສະເພາະໜ້າໄປເລື່ອຍໆ ກ່ອນ ການເງິນມີເລື່ອງທີ່ຕ້ອງຈ່າຍອອກໄປໃນໄລຍະນີ້ ເລື່ອງການໃຊ້ຈ່າຍທີ່ເກີນຄວາມຈຳເປັນ ຫລືບໍ່ເກີດປະໂຫຍດກໍຄວນຈະຕັດອອກໄປແດ່ ຄວາມຮັກຄວາມສຳພັນຖືກພັດທະນາໄປຢ່າງດີ ແລະ ລົງຕົວໃນໄລຍະນີ້ ມີໂອກາດສຸກສົມຫວັງກ່ຽວກັບເລື່ອງຄວາມຮັກເປັນຢ່າງຫລາຍ ສໍາລັບຄົນມີຄູ່ ທ່ານຄວນຮັບຟັງເຫດຜົນຈາກຄົນຮັກໃຫ້ຫຼາຍກວ່າການໃຊ້ອາລົມ ເຄື່ອງມຸງຄຸນເພັດ ສີມຸງຄຸນສີສົ້ມ ເລກນຳໂຊກ9
ຄົນເກີດວັນພຸດ:ການງານມີການປ່ຽນແປງຍົກຍ້າຍການເດີນທາງຂ້ອນຂ້າງເລື້ອຍໆໃນໄລຍະນີ້ ການເຈລະຈາຕໍ່ລອງທາງດ້ານການງານກໍ່ໃຫ້ເກີດໂຊກ ການເງິນມີຄົນອຸປະຖຳທາງດ້ານການເງິນ ຫລືຈະໄດ້ເງິນໄດ້ໂຊກເພີ່ມເຕີມເຂົ້າມາຫລາຍຂຶ້ນກໍເປັນໄປໄດ້ ຄວາມຮັກຍັງບໍ່ລົງຕົວປານໃດ ເພາະທ່ານຍັງມີພາລະກິດວຸ່ນໆ ຫລາຍກວ່າທີ່ຈະໃຫ້ຄວາມສຳຄັນດ້ານຄວາມຮັກ ສໍາລັບຄົນມີຄູ່ ຄົນຮັກຂອງທ່ານໄລຍະນີ້ຜິດປົກກະຕິເປັນພິເສດ ເພາະທ່ານອາດໃສ່ໃຈຄົນຮັກນ້ອຍເກີນໄປ ເຄື່ອງມຸງຄຸນໄຂ່ມຸກ ສີມຸງຄຸນສີຂາວ ເລກນຳໂຊກ6
ຄົນເກີດວັນພະຫັດ:ການງານຈະເຮັດສິ່ງໃດໃນໄລຍະນີ້ຕ້ອງວາງແຜນໃນເລື່ອງຂອງການລົງທຶນໃຫ້ດີ ຕ້ອງຄວບຄຸມຄ່າໃຊ້ຈ່າຍ ແລະຄວບຄຸມຕົ້ນທືນໃຫ້ດີກວ່າທີ່ເປັນຢູ່ ການເງິນໝຸນຫາໃຊ້ຈ່າຍໃຫ້ຜ່ານພົ້ນໄປໄດ້ສະເໝີ ໃຊ້ຄວາມປະຢັດແດ່ກໍຈະມີໂຊກ ຄວາມຮັກໂດດເດັ່ນຖ້າຈະພົບໃຜໃນໄລຍະນີ້ຢູ່ໃນເກນຜິວຂາວນັ້ນເອງ ສໍາລັບຄົນມີຄູ່ ທ່ານເປັນຄົນທີ່ຮັກແຟນຫຼາຍ ແຕ່ຖ້າມື້ໃດທີ່ແຟນຂອງທ່ານຕົວະມື້ນັ້ນທ່ານຈະເປັນຄົນລະຄົນເລີຍ ເຄື່ອງມຸງຄຸນຄໍາ ສີມຸງຄຸນສີບົວ ເລກນຳໂຊກ1
ຄົນເກີດວັນສຸກ:ການງານຈະເຮັດສິ່ງໃດຮ່ວມກັບທີມງານຈະປະສົບຄວາມສຳເລັດຢູ່ໃນເກນທີ່ດີ ເພາະຮ່ວມມືກັນໄດ້ເປັນຢ່າງດີ ການເງິນຍັງມີຄວາມກັງວົນໃນການໃຊ້ຈ່າຍ ແລະການໃຊ້ເງິນຢູ່ໃນໄລຍະນີ້ ຄວາມຮັກຢູ່ໃນເກນທີດີ ຈະໄດ້ພົບກັບຄົນຜົວຂາວລາວຈະເປັນຄົນອັດທະຍາໄສດີ ແຕ່ກໍຄວນເບິ່ງກັນໄປກ່ອນ ສໍາລັບຄົນມີຄູ່ ຄົນຮັກຂອງທ່ານເປັນຄົນເອົາໃຈເກັ່ງ ແຕ່ບາງຄັ້ງທ່ານຄວນຕາມໃຈຄົນຮັກແດ່ ປ່ຽນກັນເອົາໃຈໃສ່ ກໍຈະເຮັດໃຫ້ຮັກຍາວນານ ເຄື່ອງມຸງຄຸນເພັດສີຂາວ ສີມຸງຄຸນສີແດງ ເລກນຳໂຊກ5 6
ຄົນເກີດວັນເສົາ:ການງານຈະເຮັດສິ່ງໃດໃນໄລຍະນີ້ມີແຕ່ຄວາມສຳເລັດ ຊື່ສຽງຂອງທ່ານຖືກເວົ້າເຖິງໃນທາງທີ່ດີ ຖ້າມີການເດີນທາງໄກຈະກໍ່ໃຫ້ເກີດໂຊກ ການເງິນມີໂຊກຈະໄດ້ເງິນຢ່າງບໍ່ທັນຄາດຝັນ ບໍ່ທັນຕັ້ງຕົວ ແຕ່ຈະຕິດຂັດອຸປະສັກກ່ອນ ແລ້ວຈຶ່ງຈະໄດ້ເຂົ້າມາໃນພາຍຫຼັງນັ້ນເອງ ຄວາມຮັກຍັງເສີຍໆ ໃນເລື່ອງເຫຼົ່ານີ້ຫລາຍກວ່າ ແມ່ນຈະມີຄົນເຂົ້າມາ ແຕ່ກໍຍັງບໍ່ເລືອກໃຜນັ້ນເອງ ສໍາລັບຄົນມີຄູ່ ທ່ານຄວາມຊື້ສິ່ງຂອງໃຫ້ແຟນຂອງທ່ານແດ່ ບາງທີ່ແຟນຂອງທ່ານອາດບອກວ່າບໍ່ເປັນຍັງ ທ່ານເລີຍລະເລີຍບໍ່ສົນໃຈອີກຕໍ່ໄປ ແຕ່ອາດເຮັດໃຫ້ລາວນ້ອຍໃຈ ເຄື່ອງມຸງຄຸນເພັດສີແດງ ສີມຸງຄຸນສີດໍາ ເລກນຳໂຊກ9