ເອົາອີກແລ້ວກາຍເປັນກະແສອີກຈົນໄດ້ ເມື່ອຜູ້ໃຊ້ເຟສບຸກທ່ານໜຶ່ງອອກມາໂພສປີ້ລົດໄຟປີ້ຢືນ
ກະແສ ! ເມື່ອຜູ້ໃຊ້ເຟສບຸກທ່ານໜຶ່ງອອກມາໂພສ ປີ້ຢືນ ເຊົ້າວັນທີ 5 ສິງຫາ 2022 ນີ້ ມີຜູ້ໃຊ້ເໂສບຸກທ່ານໜຶ່ງອອກມາໂພສວ່າ: “ທຳອິດຄິດວ່າເຮັດແບບສອບຖາມ ແລ້ວຖືກດຣາມ້າຫຼາຍ ແລ້ວແຈ້ງແຕ່ເພີ່ມຖ້ຽວຊັ້ນດອກ.
ຫຼ້າສຸດ ຊື້ປີ້ລົດໄຟໃຫ້ຫຼານລະໄດ້ປີ້ຢືນ ທຳອິດກະເປັນງົງໆ ເພາະທີ່ຊື້ປີ້ໃຫ້ຍ້ອນບໍ່ຢາກໃຫ້ນັ່ງຕັກ ກັບຢ້ານຫຍຸ້ງຍາກຜູ້ອື່ນ.. ເລີຍເລືອກຊື້ປີ້ ໄປສອບຖາມພະນັກງານແລ້ວ ທຳອິດພະນັກງານກະງົງຄື
ກັນ.. ແຕ່ຜູ້ອອກປີ້ບອກວ່າ “ປີ້ເຕັມ.. ກະເລີຍອອກປີ້ຢືນໃຫ້” ໂອເຄນ້ຳເບີວັນ.. ຈ່າຍເງິນເຕັມ ເພື່ອໄດ້ປີ້ຢືນ ຕາມແບບສອບຖາມເລີຍ. ຫຼືວ່າຕອນຕອບແບບສອບຖາມ ມີຄົນຕອບເຫັນດີແມ່ນບໍ່? ກະເລີຍວ່າ ຂາຍປີ້ນັ່ງແດ່ ປີ້ຢືນແດ່ ມື້ໃດລົດໄຟເຕັມແຮງ ກະຊິຖືກເລກໄດ້ປີ້ຢືນ”.ບັນຫານີ້ ພາກສ່ວນກ່ຽວຂ້ອງຈະອອກມາຊີ້ແຈງແນວໃດ ຕິດຕາມຂັ້ນຕອນຕໍ່ໄປ.