ເອີ້ນໄດ້ວ່າເປັນອີກໜຶ່ງຄູ່ຮັກທີ່ໜ້າຮັກຫຼາຍ ແລະສ້າງຄວາມສົນໃຈໃຫ້ກັບຜູ້ຕິດຕາມແລະແຟນຄັບຢູ່ຕະຫຼອດເວລາສຳຫຼັບ
ຍຸ້ຍ ຈີລະນັນ ມະໂນແຈ່ມ ແລະສາມີ ທັນ ທະນາກອນ ທີ່ແຕ່ງງານມາໄດ້ 2 ປີກ່ວາແລ້ວ
ແຕ່ເບິ່ງຄືວ່າ ຄວາມຫວານຂອງທັງຄູ່ຈັດບໍ່ລົດນ້ອຍລົງເລີຍແມ່ນແຕ່ໜ້ອຍ
ເພາະທັງຄູ່ນັ້ນ ມັກຈະອອກມາສະຫວີດກັນຢູ່ເລື້ອຍໆ ແລະຫຼາຍໆຄົນຄົງຢາກເຫັນ ສາວຍຸ້ຍ ແລະໜຸ່ມທັນ
ນັ້ນມີທາຍາດຫຼັງຈາກຄົບກັນມາ 2 ປີ ແຕ່ກໍ່ຍັງບໍ່ມີຜູ້ສືບສະກຸນເລີຍ
ອີກທັງ ຫາກໍ່ໄດ້ອອກມາເປີດໃຈວ່າ ແຜນການມີຜູ້ສືບສະກຸນຂອງທັງຄູ່ນັ້ນຈະຕ້ອງເລື່ອນອອກໄປຢ່າງບໍ່ມີກຳນົດ
ເນື່ອງຈາກສະຖານະການໂຄວິດ ໃນປັດຈຸບັນ ແຕ່ຕັ້ງໃຈໄວ້ວ່າຫາກມີລູກກໍ່ຂໍເປັນລູກເທື່ອດຽວ 2 ຄົນເລີຍ
ອີກທັງດ້ານຫນຸ່ມທັນ ນັງໄດ້ເຜີຍວ່າຫາກໍ່ມີບັນຊີທະນາຄານເປັນຂອງຕົນເອງເມື່ອກ່ອນມີ ເອທີເອັມໜຶ່ງ ບັດ ຊື້ຫັຍງກໍ່ຈະລາຍງານໄປຫາຂອງຍຸ້ຍລາວໝົດ
ຕອນນີ້ຍຸ້ຍກໍ່ໃຫ້ເງີນເດືອນ ເວລາຂ້ອຍອອກໄປເຮັດວຽກ ໂດຍຍູ້ຍໄດ້ບອກວ່າຕ່າງຄົນຕ່າງມີເງີນເດືອນ ເງີນເດືອນເທົ່າກັນ ຍຸ້ຍຈະເປັນຄົນວາງແຜນ
ເງີນເດືອນຂອງຍູ້ຍລາວຈະເອົາໄປເຮັດຫັຍງກໍ່ໄດ້ ໂດຍໜຸ່ມທັນໄດ້ບອກວ່າເງີນເດືແນທີ່ເມຍໃຫ້ນັ້ນເປັນຫຼັກແສນບາດຕໍ່ເດືອນ
ຈາກນັ້ນສາວຍຸ້ຍກໍ່ໄດ້ເວົ້າເສີມວ່າ ຫຼັກແສນຄືໃຊ້ແບບບໍ່ມີຄ່າໃຊ້ຈ່າຍອີ່ຫັຍງແລ້ວເດີ້ ໃຊ້ສະບາຍເລີຍ ແລະ ບໍ່ຕ້ອງມາບອກຍຸ້ຍ ຢາກຊື້ຫັຍງກໍ່ຊື້ໂລດ
ຢາກໄປທ່ຽວໃສກໍ່ໄປ ເພາະວ່າກ່ວ່ທີ່ຍຸ້ຍຈະມີເງີນເປັນກອງກາງ ຍຸ້ຍຈະບໍລິຫານເງີນໄດ໋ອ້າຍວູດດີ້ ຈະມີເງີນສ່ວນຕົວຂອງເຮົາ
ເງີນຂອງເຮົາສອງຄົນ ເງີນແຍກສ່ວນຕົວຂອງໃຜຂອງມັນ ເງີຍຂອງພໍ່ແມ່ທັນ ເງີນຂອງພໍ່ແມ່ຍຸ້ຍ ເງີນຂອງລູກນ້ອງ ເພາະສະນັ້ນໃຊ້ໄປເລີຍ