ເພື່ອເຕີມເຕັມຄວາມຢາກໄດ້ຢາກມີຂອງຄົນໆໜຶ່ງສາມາດເຮັດໄດ້ຂະໜາດນີ້ ໂຈນນອກຈາກຕີນມືບໍສະອາດແລ້ວຍັງຫົວໃຫຍ່ ອາໄສເຊົ່າລົດຄົນອື່ນເອົາໄປກໍ່ເຫດລັກຊັບສິ່ງຂອງຂອງຊາວບ້ານອີກພີ່ນ້ອງເອີຍ.
ຂ່າວ ປກສ ລາຍວ່າ ເວລາ14ໂມງຂອງວັນທີ 27 ມັງກອນ 2022, ເຈົ້າໜ້າທີ່ ປກສ ກຸ່ມສີວິໄລ ເມືອງໄຊທານີ ນະຄອນຫຼວງວຽງຈັນ ໄດ້ສົມທົບກັບ ພະແນກຕຳຫຼວດ ປກສ ເມຶອງໄຊທານີ ມອບລົດເກັງທີ່ຄົນຮ້າຍເຊົ່າເອົາໄປເຄຶ່ອນໄຫວລັກຊັບ(ລັກລົດຈັກ) ຄືນເຈົ້າຂອງເດີມ.
ໃນເວລາ 20:30 ໂມງ ຂອງວັນທີ 4 ມັງກອນ 2022 ເຈົ້າໜ້າທີ່ ປກສ ກຸ່ມບ້ານສີວິໄລ ສາມາດກັກໂຕຜູ້ກໍ່ເຫດລັກຊັບ ( ລັກລົດຈັກ ) ໄດ້ໝຶ່ງຄົນພ້ອມດ້ວຍຂອງກາງຫຼາຍລາຍການ ໃນນັ້ນລວມທັງລົດເກັງຄັນທີ່ຄົນຮ້າຍເຊົ່າມາເຄື່ອນໄຫວລັກຊັບ, ອາວຸດເສິກ, ປ້າຍລົດຈັກ, ເງິນສົດ ແລະອຸປະກອນອື່ນໆອີກຈຳນວນໜຶ່ງ.
ປັດຈຸບັນເຈົ້າໜ້າທີ່ກຳລັງເລັ່ງສືບຫາຜູ້ຮ່ວມຂະບວນການມາລົງໂທດຕາມກົດໝາຍ. ສ່ວນລາຍລະອຽດຂອງຄະດີແມ່ນຈະລາຍງານໃຫ້ຊາບຕາມຫຼັງ.