ຕອນບ່າຍ ໃນວັນທີ 25 ມັງກອນ 2022 ເກີດເຫດລົດ ເວລາ 14:00ນາທີ ໜ່ວຍກູ້ໄພ ສະຫວັນນະເຂດ ໄດ້ຮັບແຈ້ງເຫດ ວ່າມີອຸບັດຕິເຫດ ລົດຕູ້ສຸກເສີນ ອຳບູແລນ ຕຳກັບ ລົດຈັກ ທີ່ເຂດເສັ້ນທາງເລກທີ13ໃຕ້ ບ້ານນາຊາຍ ເມືອງອຸທຸມພອນ ແຂວງສະຫວັນນະເຂດ.
ເຫດການດັ່ງກ່າວເຮັດໃຫ້ມີຜູ້ເສຍຊີວິດ 2 ຄົນ ເຊິ່ງໃນຈຸດເກີດເຫດ ມີຜູ້ເສຍຊີວິດຢູ່ຈຸດເກີດເຫດ 1 ຄົນ ເປັນເພດຍິງ ອາຍຸ 25 ປີ ແລະ ເສຍຊີວິດ ຍູ່ໂຮງຫມໍ ອີກ 1 ຄົນ ເພດຍິງ ອາຍຸ 14 ປີ.
ແນວໃດກໍ່ຂໍສະແດງຄວາມເສຍໃຈມາຍັງຄອບຄົວຜູ້ເສຍຊີວິດຈາກເຫດການຄັ້ງນີ້ດ້ວຍ ແລະ ຂໍເປັນກຳລັງໃຈໃຫ້ທັງ 2 ຝ່າຍ.