ວັນທີ 7 ກັນຍາ 2021 ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່ 307 ກໍລະນີ ສະຫຼຸບ ສະຖານະການລະບາດຂອງພະຍາດໂຄວິດ ຈາກຄະນະເພາະກິດ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່ 307 ຕົວຢ່າງ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ ( 1 ຄົນ ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ: 24 ຄົນ ( 14 ຄົນ ເປັນກໍລະນີນຳເຂົ້າ) ( 10 ຄົນ ໃນຊຸມຊົນ), ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 221 ຄົນ ( 195 ຄົນ ເປັນກໍລະນີນຳເຂົ້າ) ( 26 ຄົນ ໃນຊຸມຊົນ), ແຂວງສາລະວັນ: 14 ຄົນ ( 10 ຄົນ ເປັນກໍລະນີນຳເຂົ້າ) ( 4 ຄົນ ໃນຊຸມຊົນ), ແຂວງບໍ່ແກ້ວ ຕົ້ນເຜິ້ງ 13 ຄົນ (ໃນຊຸມຊົນ) , ແຂວງຄຳມ່ວນ 31 ຄົນ ( 2 ຄົນ ເປັນກໍລະນີນຳເຂົ້າ) ( 29 ຄົນ ໃນຊຸມຊົນ) , ແຂວງຫຼວງພະບາງ 1 ຄົນ (ໃນຊຸມຊົນ) ,ແຂວງຫຼວງນ້ຳທາ 2 ຄົນ (ໃນຊຸມຊົນ) ,
ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ