ຈາກຜູ້ໃຊ້ເຟສບຸກຊື່Pila Phimmalaymr ໄດ້ໂພສວ່າ: ໜ້າຫົດຫູ່ໃຈ ຄົນອື່ນທີ່ວ່າດ້ອຍໂອກາດກໍຍັງມີຄົນຊ່ວຍເຫຼືອ
ເປັນຕາອີຕົນເດັກນ້ອຍ3ຄົນນີ້,ໂອກາດຍັງບໍມີໃຫ້ດ້ອຍເລີຍ. ເປັນຕົນອີຕົນເດັກນ້ອຍບໍ່ຮູ້ເລື່ອງຫຍັງນຳແຕ່ເດັກນ້ອຍພັດມາຮັບເຄາະ ນຳພໍ່ແມ່.
ພໍ່ກັບແມ່ປະກັນ ຕອນນີ້ບໍຮູ້ວ່າແມ່ຢູ່ໃສບໍ່ມາເບີ່ງລູກເລີຍ.
ສ່ວນຜູ້ເປັນພໍ່ແມ່ນຕິດຢາ ບໍ່ມີພາລູກໄປບໍ່ລອດ
ຕອນນີ້ອາການຂອງຜູ້ເປັນພໍ່ເປັນແຮງແລ້ວ.
ສະພາບເຮືອນຕາມທີ່ເຫັນ,ຜູ້ເປັນພໍ່ໄດ້ມ້າງໄມ້ເຮືອນໄປຂາຍເທື່ອລະອັນສອງອັນ
ຕອນນີ້ກໍຍັງເຫຼືອແຕ່ສະພາບທີ່ເຫັນນີ້ເດີ່ພີ່ນ້ອງເອີ່ຍ
ຫຼັງຄາກະມ້າງອອກແລ້ວເອົາຂີ້ເຫຍື້ອເຂົ້າໃສ່ເຮືອນ
ບ່ອນຢູ່ບ່ອນນອນ ກະເປັນສະພາບທີ່ເຫັນ
ຂໍວອນສັງຄົມໂຊຊ່ຽວ ແລະພາກສ່ວນທີ່ກ່ຽວຂ້ອງຈົ່ງໃຫ້ຄວາມຊ່ວຍເຫຼືອເດັກນ້ອຍ3ຄົນນີ້ດ້ວຍ.
ເດັກນ້ອຍທີ່ຍັງມີອານາຄົດໄກ,ບໍຄວນມາປິດອານາຄົດໃນຈຸດນີ້ ຂໍຄວາມຊ່ວຍເຫຼືອຄົນລະໄມ້ຄົນລະມືຄົນລະທາງຄົນລະຄວາມຄິດຫາທາງອອກຊ່ວຍກັນເນາະ ເພື່ອຈະໃຫ້ເດັກນ້ອຍທັງສາມຄົນມີອານາຄົນທີ່ດີກ່ອນນີ້,
ຕອນນີ້ເຂົ້າກິນກະບໍ່ມີ ໝາກເຜັດແປ້ງນົວກະບໍ່ມີ
ປັດຈຸບັນເດັກນ້ອຍນີ້ ຢູ່ບ້ານນ້ຳຖ້ວມ ເມືອງນ້ຳບາກ ແຂວງຫຼວງ ພະບາງ
#ຝາກແຊຮຕໍ່ເອົາບຸນເພື່ອມີຜູ້ໃຈບຸນຊ່ວຍເດັກນ້ອຍນີ້ແດ່ເດີ່