ຊີໂນຟາມກຳລັງພັດທະນາປະສິດທິພາບວັກຊີນໃຫ້ເຂົ້າກັບສາຍພັນໃໝ່

    0
    472

    ສຳນັກຂ່າວ South China Morning Post ລາຍງານ: ຜູ້ຜະລິດວັກຊີນຊີໂນຟາມກ່າວວ່າ ກຳລັງດຳເນີນການພັດທະນາວັກຊີນປ້ອງກັນໂຄວິດ-19 ເພື່ອເຮັດໃຫ້ມີປະສິດທິພາບໃນການປ້ອງກັນສາຍພັນເດລຕ້າ ແລະ ເບຕ້າໄດ້ ຂະນະນີ້ກຳລັງຢູ່ໃນຂັ້ນຕອນທົດລອງທາງການແພດ.

    ທ່ານ ຈາງ ຫຍຸນເທົາ ຮອງປະທານບໍລິສັດ Sinopharm Unit China National Biotec Group (CNBG) ກ່າວວ່າ: ທາງບໍລິສັດກຳລັງດຳເນີນງານກ່ຽວກັບການຜະລິດວັກຊີນດ້ວຍເຊື້ອໄວຣັສທີ່ຕາຍແລ້ວ ເພື່ອປັບປຸງປະສິດທິພາບຂອງວັກຊີນໃຫ້ສູງຂຶ້ນ ໂດຍສະເພາະການເພີ່ມຊ່ວງເວລາຂອງເຂັມທີສອງ ແລະ ສາມປະມານ 6 ເດືອນຂຶ້ນໄປ ກໍຈະເຮັດໃຫ້ພູມຄຸ້ມກັນໃນຮ່າງກາຍສູງຂຶ້ນຕື່ມອີກ ເຊິ່ງຈະຊ່ວຍປ້ອງກັນການຕິດເຊື້ອ ແລະ ພະຍາດທີ່ເກີດຈາກເຊື້ອຕ່າງໆໄດ້ເປັນຢ່າງດີ.

    ຢ່າງໃດກໍຕາມ, ຜູ້ຜະລິດວັກຊີນຈີນຫຼາຍຄົນກ່າວວ່າ ພວກເຂົາກຳລັງພັດທະນາວັກຊີນທີ່ໄດ້ຮັບການປັບປຸງ ເພື່ອຊ່ວຍຕ້ານການແຜ່ລະບາດຂອງສາຍພັນໃໝ່ ຫຼື ດຳເນີນການທົດລອງສີດເຂັມທີສາມ ຫຼື ນຳໃຊ້ວິທີການປະສົມປະສານດ້ວຍເຕັກໂນໂລຊີເພື່ອເພີ່ມພູມຄຸ້ມກັນຂອງຮ່າງກາຍ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.