ວັນທີ 28 ສິງຫາ​ 2021​​ ທົ່ວປະເທດກວດພົບຜູ້ ຕ ິ ດ ເ ຊ ື ້ ອ ໂ ຄ ວ ິ ດ ໃໝ່​ 115 ກໍລະນີ

    0
    681

    ວັນທີ 28 ສິງຫາ​​ 2021​​ ທົ່ວປະເທດກວດພົບຜູ້ຕິດເຊື້ອໂຄວິດໃໝ່​ 115 ກໍລະນີ ສະຫຼຸບ​ ສະຖານະການລະບາດຂອງພະຍາດໂຄວິດ​ ຈາກຄະນະເພາະກິດ​ ທົ່ວປະເທດກວດພົບຜູ້ຕິດເຊື້ອໃໝ່​ 115 ຕົວຢ່າງ​ , ແຂວງນະຄອນຫຼວງວຽງຈັນຜູ້ຕິດເຊື້ອໂຄວິດ ຈຳນວນ : 21 ຄົນ ( 4 ຄົນ ເປັນກໍລະນີນຳເຂົ້າ) ( 17 ຄົນ ໃນຊຸມຊົນ) , ແຂວງຈຳປາສັກມີຜູ້ຕິດເຊື້ອໂຄວິດ ຈຳນວນ:​ 12 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງສະຫັວນນະເຂດມີຜູ້ຕິດເຊື້ອໂຄວິດ ຈຳນວນ : 30 ຄົນ ( 12 ຄົນ ເປັນກໍລະນີນຳເຂົ້າ) ( 18 ຄົນ ໃນຊຸມຊົນ), ແຂວງສາລະວັນ: 15 ຄົນ (ເປັນກໍລະນີນຳເຂົ້າ) , ແຂວງບໍ່ແກ້ວ ຕົ້ນເຜິ້ງ 20 ຄົນ (ໃນຊຸມຊົນ) , ແຂວງໄຊຍະບູລີ ( 1 ຄົນ ເປັນກໍລະນີນຳເຂົ້າ) , ແຂວງຫຼວງພະບາງ 2 ຄົນ (ໃນຊຸມຊົນ) , ແຂວງຫຼວງນ້ຳທາ ( 1 ຄົນ ໃນຊຸມຊົນ) , ແຂວງຄຳມ່ວນ 11 ຄົນ ( 9 ຄົນ ເປັນກໍລະນີນຳເຂົ້າ) ( 2 ຄົນ ໃນຊຸມຊົນ) , ແຂວງວຽງຈັນ ( 1 ຄົນ ເປັນກໍລະນີນຳເຂົ້າ) , ແຂວງບໍລິຄຳໄຊ ( 1 ຄົນ ເປັນກໍລະນີນຳເຂົ້າ)

    ສະນັ້ນຂໍໃຫ້ທຸກຄົນຢ່າປະໝາດ ໃຫ້ພາກັນຮັກສາມາດຕະການຢ່າງເຂັ້ມງວດ ບໍ່ປ່ອຍປະລະເລີຍຕໍ່ມາດຕະການໄປໃສມາໃສໃຫ້ໃສ່ຜ້າປິດປາກປິດດັງ ບໍ່ໄປສະຖານທີ່ແອອັດ ແລະ ມີຄົນຫຼາຍ ເພື່ອຫຼີກລ້ຽງໄລຍະຫ່າງທາງສັງຄົມ ແລະໃຫ້ໝັ່ນລ້າງມືທຸກຄັ້ງເວລາອອກໄປຂ້າງນອກ ຫຼື ຈັບບາຍສິ່ງຂອຕ່າງໆດ້ວຍເຈວແອວກໍຮໍ ສຸດທ້າຍຂໍໃຫ້ທຸກຄົນປອດໄພ ເຮົາຈະຜ່ານວິກິດຄັ້ງນີ້ໄປດ້ວຍກັນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.