ໂອ້ຍນໍ້! ເບິ່ງເປັນອຸທາຫອນ ສາວຮູ້ຈັກໜຸ່ມຜ່ານແອັບຫາຄູ່ສຸດເສົ້າຫຼົງຮັກຍ້ອນຮູບໂປຣຟາຍ ແຕ່ຕົວຈິງນັ້ນ…

    0
    729

    ເລື່ອງລາວທີ່ແອັດຈະເລົ່າຕໍ່ໄປນີ້ເປັນເຫດການທີ່ເກີດຂຶ້ນຢູ່ປະເທດໄທ ແຕ່ແອັດຢາກຍົກມາເປັນອຸທາຫອນເຕືອນສາວລາວທັງຫຼາຍທີ່ມັກໃຊ້ແອັບຫາຄູ່ ລະວັງຖືກຕວະແບບນີ້.

    ໂດຍເຫດການແມ່ນເກີດຂຶ້ນໃນວັນທີ 19 ສິງຫາ 2021 ມີຜູ້ໃຊ້ເຟສບຸກຊື່ Sakon Taweesap  ໄດ້ໂພສຂໍ່ຄວາມລະບຸວ່າ ສາວບຸຣີຣໍາ ໄວ 32 ປີ ຮູ້ຈັກກັບໜູ່ມສີສະເກດຜ່ານແອັບຫາຄູ່ ຈຶ່ງໄດ້ໂອ້ລົມ ແຊັດລົມກັນຮູ້ສຶກຖືກຄໍ ຈຶ່ງນັດພົບກັນທີ ຈັງຫວັດ ສີສະເກດ ເມື່ອຮອດເວລາຜູ້ກ່ຽວພົບວ່າ ເປັນຫຍັງຕົວຈິງກັບຮູບໂປຣຟາຍຈຶ່ງບໍ່ຄືກັນ.

    ດັ່ງນັ້ນ ສາວຄົນດັ່ງກ່າວ ຈຶ່ງພະຍາຍາມຖອຍຫ່າງ ແຕ່ຖືກຊາຍຄົນດັ່ງກ່ວຂົ່ມຂູ່ ບັງຄັບ ກ່ອນພາຂຶ້ນລົດໄປເຮືອນແລເລົງມືເຮັດຊົາວກັບນາງ ພ້ອມຊິງເອົາຊັບສິນໄປຈົນໝົດ ກ່ອນປ່ອຍຕົວອອກມາ ຫຼັງຈາກນັ້ນ ນາງກໍ່ຮີບເຂົ້າໄປແຈ້ງຄວາມກັບຕໍາຫຼວດ.

    ເລື່ອງນີ້ສອນໃຫ້ຮູ້ວ່າ ຢ່າເຊື້ອແອັບ ຢ່າເຊື່ອຄົນທີ່ບໍ່ເຄີຍເຫັນໜ້າ ແລະ ຕ້ອງລະມັດລະວັງໂຕເອງໃຫ້ດີ ຢ່າເຊື້ອໃຈໃຜງ່າຍໆ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.