ຂ່າວດີວັນນີ້! ປັບລາຄານ້ຳມັນເຊື້ອໄຟທຸກຊະນິດລົງ ແອັດຊັງທໍາມະດາ ແລະ ກາຊວນ ປັບລົງ 200ກີບຕໍ່ລິດ

    0
    353

    ກະຊວງອຸດສາຫະກຳແລະການຄ້າ ໄດ້ປະກາດປັບລາຄານໍ້າມັນລົງ ໃນນີ້ແອັດຊັງພິເສດ ປັບລົງ 240ກີບ/ລິດ,ແອັດຊັງທໍາມະດາ ປັບລົງ 200ກີບ/ລິດ ແລະ ກາຊວນ ປັບລົງ 200ກີບ/ລິດ.

    ກະຊວງອຸດສາຫະກໍາ ແລະ ການຄ້າ ອອກແຈ້ງການ ສະບັບເລກທີ 0791/ອຄ.ກຄພນ, ລົງວັນທີ 25 ສິງຫາ 2021 ເຖິງສະມາຄົມນໍ້າມັນເຊື້ອໄຟ ແລະ ອາຍແກັສ, ບັນດາບໍລິສັດນໍ້າມັນເຊື້ອໄຟ ແລະ ປໍ້າຂາຍຍ່ອຍນໍ້າມັນເຊື້ອໄຟ, ເລື່ອງແຈ້ງປັບລົງລາຄາຂາຍຍ່ອຍນໍ້າມັນເຊື້ອໄຟ ໃນຂອບເຂດທົ່ວປະເທດ; ການປັບລາຄາຄັ້ງນີ້; ແອັດຊັງພິເສດ ປັບລົງ 240ກີບ/ລິດ, ແອັດຊັງທໍາມະດາ ປັບລົງ 200ກີບ/ລິດ ແລະ ກາຊວນ ປັບລົງ 200ກີບ/ລິດ ໂດຍໃຫ້ເລີ່ມປະຕິບັດເວລາ 6:00ໂມງ ຂອງວັນທີ 26ສິງຫາ 2021 ເປັນຕົ້ນໄປ.

    ສ່ວນການຄິດໄລ່ເສຍພັນທະ ແລະ ຄ່າທໍານຽມຕ່າງໆ ແມ່ນໃຫ້ພາກສ່ວນກ່ຽວຂ້ອງ ຄິດໄລ່ເກັບຕາມທີ່ໄດ້ກໍານົດໄວ້ ໃນໂຄງສ້າງລາຄານໍ້າມັນເຊື້ອໄຟ ສະບັບເລກທີ 0635/ກຄພນ.ຄສລ, ລົງວັນທີ 25 ສິງຫາ 2021 ຈົນກວ່າຈະມີການປ່ຽນແປງ ແລະ ໃຫ້ບັນດາບໍລິສັດນໍ້າມັນເຊື້ອໄຟປະຕິບັດຕາມເນື້ອໃນຂ້າງເທິງນີ້ຢ່າງເຂັ້ມງວດ ແລະ ຄຸ້ມຄອງປໍ້າຂາຍຍ່ອຍຂອງຕົນ ໃຫ້ບໍລິການຢ່າງເປັນປົກກະຕິ; ແຈ້ງການສະບັບນີ້ ປ່ຽນແທນແຈ້ງການສະບັບເລກທີ 0727/ອຄ.ກຄພນ, ລົງວັນທີ 9 ສິງຫາ 2021.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.