ເລືອກຂອງໃສ່ບາດເສີມຊີວິດ ໜີ້ສິນຫາຍ ມີເງິນໃຊ້ບໍ່ຂາດມື
ເປັນຄວາມເຊື່ອ ວິທີເສີມບາລະມີ ການເງິນ,ແກ້ກຳ,ການເງິນມີປັນຫາ,ເກັບເງິນບໍ່ຢູ່ ມາໃຫ້ທຸກຄົນໄດ້ລອງເຮັດບຸນຕາມວິທີນີ້ ເພື່ອຈະສະບາຍໃຈ ແລະ ດີຂຶ້ນ
1. ບາດພຣະໃນບາດ ໃຫ້ໃສ່ເຂົ້ານຶ່ງຊະນິດທີ່ດີທີ່ສຸດໃສ່ເຕັມ ໃຫ້ໃຊ້ຖົງພາສຕິກຫໍ ກ່ອນໃສ່ໃນບາດ ເວລາພະເປີດຝາບາດເຂົ້າເປື້ອນເກັບລຳບາກ ອານິສົງທີ່ຈະໄດ້ຮັບ ໄດ້ອານິສົງ ກິນບໍ່ໝົດ ບໍ່ອົດຍາກ ເລື່ອງທຳມາຫາກິນ ເພາະພະທ່ານໄດ້ໃຊ້ບິນບາດ
ທຸກໆມື້ ເຂົ້າຊະນິດໃດທີ່ເຂົາໃສ່ບາດ ເຮົາຈະໄດ້ທັງໝົດ ເຂົ້າໃນບາດ ຈະໄດ້ໃຊ້ໜີ້ກຳ ໃຫ້ເຈົ້າກຳນາຍເວນ ເຂົ້າໜຶ່ງເມັດ ຄູນອານິສົງ ໃນພຣະພຸດທະສາສະໜາ ໄດ້ອານິສົງຄືນມາເປັນລ້ານໆເມັດ ຕໍ່ ເຂົ້ານຶ່ງ 1 ເມັດ ຈື່ງໃຊ້ໜີ້ກຳໄດ້ໄວ ການເງິນເຮົາຈະສະດວກຂຶ້ນ
2. ຖ້າທ່ານໃດ ຮູ້ສຶກວ່າການເງິນມີປັນຫາ ວິບາກກຳທາງການເງິນ ໃຊ້ໜີ້ແນວໃດກໍ່ບໍ່ໝົດຈັກເທື່ອ ຫຼື ມີປັນຫາການເງິນຕະຫຼອດ ສະແດງວ່າຊາດກ່ອນ ຕິດໜີ້ກຳເຂົາໄວ້ຫຼາຍ ຕ້ອງແກ້ດ້ວຍການຖວາຍເຂົ້າສານ
ໜັກກວ່ານ້ຳໜັກຕົວເອງ ປັັດຈຸບັນ ບວກ 1 ກກ ຖວາຍເປັນສັງຂະທານວັດໃດກໍ່ໄດ້ຕ້ອງກ່າວຄຳຖວາຍ ໃຫ້ກຽມສັງຂະທານ 1 ຊຸດ ແລ້ວຖວາຍເຂົ້າສານ ເປັນບໍລິວານ ຂອງສັງຂະທານໄປ ເຊັ່ນ: ໜັກ 63 ກກ ກໍ່ຖວາຍ 64 ກກ
3. ເຮັດບຸນທີ່ໜຸນຂຶ້ນບ່ອນສູງ ເຊັ່ນ: ບ່ອນປະທັບພຮະພຸດທະຮູບ, ຕັ່ງ, ເກີບ, ເຄື່ອງລາດປູ, ຖະໜົນຫົນທາງ ແລະ ຂົວ ເປັນຕົ້ນ
4. ເຮັດປະຕູ ວັດ ຫຼື ປ້າຍບອກທາງໄປວັດ
5. ຊຳລະໜີ້ສົງ ທີ່ໃຫ້ເຮັດໃນ 5 ຫົວຂໍ້ຂ້າງຕົ້ນ ເພາະບາງທ່ານ ກຳເກົ່າໜັກແຮງ ແກ້ແບບທົ່ວໆໄປບໍ່ໄດ້ ຕ້ອງແກ້ດ້ວຍການເຮັດເຫຼົ່ານີ້ຖ້າບໍ່ແກ້ ກໍ່ຈະໜັກໄປຈົນມື້ຕາຍ ຈະມີເງິນມາຊ່ວງໃດ ກໍ່ຈະພັດໄປ ຈະມີໂອກາດດີໆເມື່ອໃດກໍ່ພາດໄປທຸກໆເທື່ອລອງເຮັດເບິ່ງບໍ່ເສຍຫາຍ ກຳຖ້າແກ້ຖືກຈຸດ ມັນກໍ່ຫຼຸດຊີວິດຈະດີຂຶ້ນ
ຂໍໃຫ້ທ່ານເຮັດດ້ວຍຄວາມຕັ້ງໃຈສັດທາ ເຊື່ອໝັ້ນ ແລະ ເປັນຄວາມເຊື່ອຄົນໂບຮານທີ່ເຂົາເຮັດກັນມາດົນແລ້ວ