ແບບນີ້ກໍ່ໄດ້ຫວາ? ຍ່າງເຂົ້າມາໃນຮ້ານປີ້ງແບ້ ສັ່ງກິນປານເທວະດາ ບາດບິນມາ ບອກບໍ່ມີເງິນ

    0
    489

    ເປັນກະແສໃຫ້ຊາວເນັດຕ້ອງຕາມເຜືອກອີກແລ້ວ ເມື່ອມີຜູ້ອອກມາໂພສເຕືອນໄພ ພົບໜຸ່ມໄວກາງ ໃຈໃຫຍ່ເຂົ້າມາຮ້ານປີ້ງແບ້ ພ້ອມສັ່ງອາຫານຢ່າງເຕັມທີ່ ບາດຮອດຍາມເກັບເງິນ ບອກວ່າບໍ່ມີເງິນ.

    ໂດຍຜູ້ໃຊ້ເຟສບຸກຊື່ PhetsaLin Vongxay ໄດ້ໂພສຂໍ້ຄວາມເຕືອນໄພໄວ້ວ່າ: ເຕືອນໄພບຸກຄົນອັນຕະລາຍ ມາກິນປີ້ງແບ້ຢູ່ຮ້ານຂ້ອຍແລ້ວບໍ່ຈ່າຍ ກິນແຕ່4ໂມງແລງຈົນຮອດ8ໂມງແລງ ບາດເຊັກບິນລະວ່າບໍ່ມີເງິນຈ່າຍ.

    ລາວວ່າລາວຢູ່ບ້ານທາດຫລວງ ບໍ່ມີພີ່ນ້ອງ ຄັນມາຂໍກິນດີໆ ກະບໍ່ວ່າຫຍັງດອກ ອັນນີ້ຍ່າງເຂົ້າມາຮ້ານປານເພິ່ນມີເງິນນິໃດ ຖ້າບໍ່ຂໍເຊັກບິນກະຄືສິສັ່ງຫລາຍກ່ອນນີ້ ໃຫ້ທຸກຄົນລະວັງແດ່ເດີ້ ເຖິງມັນສິບໍ່ແມ່ນເງິນຈຳນວນຫລາຍ ແຕ່ມັນກະແມ່ນເງິນ.

    ພ້ອມຕິດແຮດແທັກຖິ້ມທ້າຍວ່າ ບໍ່ໄດ້ປະຈານແຕ່ເຕືອນໃຫ້ລະວັງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.