ຂ່າວດີຈາກສະຫວັນ 31 ຄົນໄດ້ກັບບ້ານແລ້ວ, ສ່ວນທີ່ເຫຼືອສູ້ໆເດີ້

    0
    620

    ເຊື່ອວ່າເລື່ອງນີ້ຫຼາຍຄົນກໍ່ຕິດຕາມ ແລະ ໃຫ້ຄວາມສົນໃຈເປັນຢ່າງຍິ່ງ ກ່ຽວກັບການປິ່ນປົວຫາຍດີຂອງຜູ້ຕິດເຊື້ອພະຍາດໂຄວິດ-19 ວ່າທາງຄະນະສະເພາະກິດໄດ້ມີການອັບເດດຕົວເລກຂອງຜູ້ທີ່ຫາຍດີມີຈຳນວນເທົ່າໃດໃນແຕ່ລະວັນ ແລະ ໃນຄັ້ງນີ້ທີ່ສະຫວັນນະເຂດ ກໍສາມາດສົ່ງຄົນເຈັບກັບບ້ານໄດ້ອີກ 31 ຄົນ.

    ວັນທີ 24 ສິງຫາ 2021 ເວລາ 15:00 ໂມງ ໄດ້ມີພິທີມອບ – ຮັບຜູ້ທີ່ປິ່ນປົວດີຈາກພະຍາດ ໂຄວິດ-19 ຈຳນວນ 31 ກໍລະນີ ທີ່ໄດ້ຮັບການປິ່ນປົວດີ ຈາກໂຮງໝໍສະໜາມຫຼັກ 9 ( 11 ຄົນ ) ໂຮງໝໍສະໜາມ ໂນນສະຫວາດ ( ໂຮງງານອັບເກນ 19 ຄົນ ) ແລະ ໂຮງໝໍສະໜາມ ວິທະຍາໄລ ວິທະຍາສາດ ສຸຂະພາບ ( ວສສ 1 ຄົນ ).

    ຮ່ວມສົ່ງຜູ້ປິ່ນປົວຫາຍດີກັບບ້ານເທື່ອນີ້ແມ່ນທິມແພດປິ່ນປົວ, ຄອບຄົວຂອງຄົນເຈັບກໍ່ໄດ້ເຂົ້າຮ່ວມໃນການມອບ-ຮັບຄັ້ງນີ້ ທິມແພດປິ່ນປົວ ໄດ້ກ່າວຕໍ່ໍ່ຜູ້ທີ່ປີ່ນປົວດີເເລ້ວ, ຄອບຄົວວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈັວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ.


    ຖ້າມີອາການເຈັບເປັນໃດຫນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ,ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.

    ເຊີ່ງປະຈຸບັນແມ່ນມີ ຜູ້ຕິດເຊື້ອສະສົມ 4,225 ຄົນ, ຍັງຄ້າງສູນປິ່ນປົວ 1.734 ຄົນ, ປິ່ນປົວດີແລ້ວ 2.491 ຄົນ, ຍິງ 1.259 ຄົນ ແລະ ເສັຍຊີວິດ 3 ຄົນ, ຍິງ 1 ຄົນ. ( ຂໍ້ມູນ ວັນທີ 24 ສິງຫາ 2021 )
    ພາບ-ຂ່າວ: ທິບພະໂກສົນ ສຸວັນສໍດາຈັນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.