ຂໍ້ມູນໂດຍຫຍໍ້ ກ່ຽວກັບກໍລະນີຕິດເຊື້ອໃຫມ່ 411 ຄົນ
• ສໍາລັບການຕິດເຊື້ອພາຍໃນແຂວງ:
– ແຂວງບໍ່ແກ້ວ 18 ຄົນ
ບ້ານສີເມືອງງາມ, ເມືອງຕົ້ນເຜິ້ງ ເປັນຜູ້ສໍາຜັດໃກ້ຊີດກັບຜູ້ຕິດເຊື້ອໃນໄລຍະຜ່ານມາ
– ສະຫວັນນະເຂດ 5 ຄົນF 03 ຄົນແມ່ນຜູ້ສາຜັດ ໃກ້ຊິດ ກັບຜູ້ຕິດເຊື້ອໄລຍະຜ່ານມາ ( ເປັນຄົນໃນຄອບຄົບຂອງຜູ້ຕິດເຊື້ອ )
– ສ່ວນອີກ 2 ຄົນ ແມ່ນ ທີມງານກໍາລັງສອບສວນເອົາຂໍ້ມູນ ເພີ້ມເຕີມ
– ຈໍາປາສັກ 1 ຄົນ ແມ່ນ ທີມງານກໍາລັງເກັບກໍາຂໍ້ມູນ ສອບຖາມລາຍລະອຽດ.
– ນະຄອນຫຼວງ 2 ຄົນ :
ຜູ້ທີ 1: ເພດຊາຍ, ອາຍຸ 31 ປີ, ພະນັກງານ, ບ້ານນາທ່ອນ, ເມືອງນາຊາຍທອງ , ສັກວັກຊີນຄົບ 2 ເຂັ້ມ. ຜູ້ກ່ຽວປະຈາຢູ່ສູນຈາກັດບໍລິເວນ ໃນໄລຍະວັນທີ 7-16 ສິງຫາ 2021.
– ວັນທີ 17 ສິງຫາ ໄປບ້ານຫົວນາ, ເມືອງໄຊທານີ.
– ວັນທີ 18 ສິງຫາ ໄປຊື້ຕໍາຫມາກຫຸ່ງໃກ້ຕະຫຼາດເຂດດົງໂດກ ແລະ ຮູ້ສຶກມີອາການ ເຈັບຄໍ, ມີຂີ້ກະເທີ່.
– ວັນທີ 19 ສິງຫາ ມີໄຂ້, ເຈັບຫົວ.
– ວັນທີ 20 ສິງຫາ ຜົນກວດພົບເຊື້ອ COVID-19.
ຜູ້ທີ 2: ເພດຊາຍ, ອາຍຸ 31 ປີ, ພະນັກງານ , ບ້ານດົງໂດກ, ເມືອງໄຊທານີ, ສັກວັກຊີນຄົບ 2 ເຂັ້ມ
– ວັນທີ 12-13 ສິງຫາ ໄປຕະຫຼາດຊັງຈຽງ ແລະ ຕອນແລງໄປຕະຫຼາດເຂດດົງໂດກ.
– ວັນທີ 14 ສິງຫາ ມີໄຂ້, ໄປກວດຢູ່ຄຣີນິກ
– ວັນທີ 17 ສິງຫາ ໄປກວດກະເພາະຢູ່ໂຮງຫມໍ
– ວັນທີ 18 ສິງຫາ ໄປເກັບຕົວຢ່າງກວດຢູ່ ສູນ ມຊ ດົງໂດກ.
– ວັນທີ 20 ສິງຫາ ຜົນກວດພົບເຊື້ອ coVID-19.
• ສ່ວນ ການຕິດເຊື້ອໃນ ແຮງງານ ແລະ ຜູ້ ທີ່ເດີນ ທາງເຂົ້າປະເທດ ຈໍາປາສັກ 158 ຄົນ,ສະຫວັນນະເຂດ 95 ຄົນ, ຄໍາມ່ວນ 61 ຄົນ, ນະຄອນຫຼວງ 52 ຄົນ, ສາລະວັນ 9 ຄົນ, ໄຊ ຍະບູລີ 8 ຄົນ ແລະ ອຸດົມໄຊ 2 ຄົນ ແມ່ນແຮງງານລາວ ທີ່ເດີນທາງກັບຄືນມາຈາກປະເທດ ໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຈາກຄະນະສະເພາະກິດ ເຂົ້າມາ ຖືກ ຕ້ອງຕາມລະບຽບ ຫຼັກການ, ໄດ້ເກັບຕົວຢ່າງ ແລະ ຈໍາກັດບໍລິເວນຢູ່ສູນຈໍາກັດບໍລິເວນຂອງແຂວງ, ເມື່ອຜົນ ກວດເປັນຜົນບວກພວກກ່ຽວໄດ້ ຖືກນໍາສົ່ງໄປປິ່ນປົວຢູ່ສະຖານທີ່ປິ່ນປົວ ທີ່ຖືກກໍານົດໄວ້.