ຈາກໂພສ Yorheart Hang ລູກຊາຍຄົນແລກໃນຄອສ໌ ຮຽນອອນລາຍ ທີ່ໄດ້ຮັບໃບປະກາດແດງ ບອກໄດ້ເລີຍບ່າວນ້ອຍຄົນນີ້ບໍ່ທຳມະດານ້ອງໆທຸກຄົນຄວນເອົາເປັນແບບຢ່າງ
PJ Soudchai Xaphakdy ສະບາຍດີ ນ້ອງເອງມີຊື່ວ່າ ທ້າວ ສຸດໃຈ ຊາພັກດີ ອາຍຸ 17 ປີ ປັດຈຸບັນແມ່ນຮຽນຈົບຊັ້ນ ມ7 ຈາກໂຮງຮຽນ ພອນສະຫວັນ ມຊ
ລາງວັນທາງດ້ານການສຶກສາ : ໃບປະກາດແດງ ຈົບຊັ້ນ ມ7 2020-2021, ນັກຮຽນເກັ່ງອັນດັບທີ1 ຂັ້ນນະຄອນຫຼວງວຽງຈັນ 2020-2021 (ນັກຮຽນເກັ່ງລະດັບຊາດຖືກໂຈະ)
1st runner up ASEAN QUIZ 2019 By International relations students group
ລາງວັນຊະນະເລີດການແຂ່ງຂັນບົດຄວາມລະດັບປະເທດ ຈັດໂດຍອົງການUNDP LAOS & UNFPA LAOS, ນັກຮຽນເກັ່ງຮອບດ້ານ ສຳລັບນ້ອງເອງທາງດ້ານການເສັງນັກຮຽນເກັ່ງ
ນ້ອງໄດ້ມີການເຝິກຊ້ອມມາຕັ້ງແຕ່ຊັ້ນມັດທະຍົມຕອນປາຍ ປີທີ 5-7 ໂດຍການຮຽນດ້ວຍໂຕເອງເປັນຫຼັກ,ອ່ານໃຫ້ຫຼາຍໆ,ເຝິກແກ້ຫົວບົດສອບເສັງໃນແຕ່ລະປີທີຜ່ານມາລວມໄປເຖິງການຮຽນເພີ່ມນຳຄູ,ອາຈານຢູ່ຫຼາຍໆບ່ອນເພື່ອເກັບກ່ຽວປະສົບການຂອງຕົນເອງໃຫ້ຫຼາຍຂຶ້ນນັບທັງການແລກປ່ຽນບົດຮຽນ ແລະ ປະສົບການທີ່ຜ່ານມາຈາກລຸ້ນເອື້ອຍ,ອ້າຍນັກຮຽນເກັ່ງລະດັບຊາດພ້ອມທັງມີການວາງເປົ້າໝາຍຂອງຕົວເອງໃຫ້ຊັດເຈນ ມີຄວາມອົດທົນ,ພະຍາຍາມສູງ ແລະ ຕັ້ງໃຈລົງມືສຶກສາຮໍ່າຮຽນກໍຄືການປະຕິບັດໃຫ້ຫຼາຍເພາະມັນຄືຫົວໃຈຫຼັກຂອງທຸກການເຮັດວຽກເລີຍ ບໍ່ສະເພາະພຽງແຕ່ເສັງນັກຮຽນເກັ່ງເທົ່ານັ້ນແຕ່ຍັງສາມາດນຳໄປໝູນໃຊ້ເຂົ້າໃນການດຳລົງຊີວິດປະຈຳວັນໄດ້ອີກດ້ວຍ.ສະນັ້ນ,ຈິ່ງເປັນເຫດຜົນທີ່ເຮັດໃຫ້ນ້ອງສາມາດຍາດໄດ້ອັນດັບທີ1ຂອງນັກຮຽນເກັ່ງຂັ້ນນະຄອນຫຼວງວຽງຈັນໃນສົກຮຽນ2020-2021ນີ້.
ສຳລັບໃບປະກາສະນີຍະບັດແດງ ຊັ້ນ ມ7 ແມ່ນນ້ອງໄດ້ມີການວາງແຜນຢ່າງສະເໝີຕົ້ນສະເໝີປາຍມາຕັ້ງແຕ່ເລີ່ມເປີດສົກຮຽນແລ້ວເຊິ່ງການຮຽນຂອງນ້ອງໃນແຕ່ລະຄັ້ງຈະມີການວາງແຜນ ແລະ ກຳນົດເປົ້າໝາຍຢ່າງຊັດເຈນໂດຍສະເພາະແມ່ນໃບປະກາດແດງໂດຍເລີ່ມມີການເອົາໃຈໃສ່ຢ່າງຄັກແນ່ເພື່ອເກັບກ່ຽວຄວາມຮູ້ໃຫ້ຫຼາຍທີ່ສຸດບໍ່ວ່າຈະເປັນການຮຽນນຳຄູ,ອາຈານ ແລະ ໝູ່ເພື່ອນ ນັບທັງໃຊ້ເວລາຫວ່າງໃນການທົບທວນບົດຮຽນຢູ່ຕະຫຼອດເວລາ,ດຸໝັ່ນເບິ່ງບົດຮຽນໃຫ້ຫຼາຍໆແຕ່ຢ່າຕຶງຄຽດຈົນເກີນໄປ ແລະ ຮຽນດ້ວຍຄວາມເຂົ້າໃຈເປັນສຳຄັນ ແລະ ຈື່ຈຳເປັນສຳຮອງ.
ສິ່ງສຳຄັນທີ່ສຸດເລີຍຄືຢາກຂອບໃຈພໍ່ແມ່ທີ່ເປັນຜູ້ສົ່ງເສີມການສຶກສາມາເປັນຢ່າງດີເຊິ່ງພ້ອມທີ່ຈະສະໜັບສະໜູນລູກຢູ່ຕະຫຼອດເວລາພ້ອມທັງໃຫ້ຄຳແນະນຳທີ່ດີມາຕະຫຼອດ , ຂອບໃຈຄູອາຈານໂຮງຮຽນພອນສະຫວັນ ມຊ ໝົດທຸກຄົນທີ່ຄອຍເອົາໃຈໃສ່ສິດສອນໃຫ້ນ້ອງກາຍເປັນຄົນມີຄວາມຮູ້,ມີຄວາມສາມາດ ແລະ ປະສົບການຫຼາກຫຼາຍຢ່າງເລີຍຈົນສາມາດກາຍເປັນນັກຮຽນເກັ່ງຜູ້ໜຶ່ງທີ່ຍາດໄດ້ທັງໃບປະກາດແດງ ແລະ ອັນດັບ1ນະຄອນຫຼວງວຽງຈັນ,
ສຸດທ້າຍນີ້ຢາກຈະຂອບໃຈອາຈານໂຢເລີຍເພາະເປັນອີກຄົນໜຶ່ງທີ່ນ້ອງໄດ້ຮຽນຮູ້ນຳ ເພາະໃນແຕ່ລະຄັ້ງນັບຕັ້ງແຕ່ ມ 5-7 ສ່ວນໃຫຍ່ຖ້າບໍ່ເຂົ້າໃຈບົດຮຽນໂຕໃດກໍມັກຄົ້ນຄວ້ານຳວິດີໂອທີ່ເພິ່ນສອນມາຕະຫຼອດເລີຍຈົນເຮັດໃຫ້ນັກຮຽນຜູ້ໜຶ່ງກາຍເປັນຄົນທີ່ພຽບພ້ອມທີ່ສຸດທັງຄວາມຮູ້ ແລະ ຄວາມສາມາດຈົນຍາດໄດ້ທຸກຄວາມສຳເລັດຄືທີ່ໄດ້ກ່າວມາໃນເບື້ອງຕົ້ນພ້ອມທັງຢາກຂອບໃຈຕົວເອງຢູ່ສະເໝີເຖິງຈະພົບກັບຄວາມກົດດົນພຽງໃດແຕ່ກໍບໍ່ເຄີຍທໍ້ຖອຍ ພ້ອມທີ່ຈະສູ້ຊົນດ້ວຍໃຈຢູ່ສະເໝີຕະຫຼອດມາ.
ກິດຈະກຳໃນຍາມຫວ່າງ ມັກອອກກຳລັງກາຍໂດຍສະເພາະແມ່ນການແລ່ນ, ກິລາບານສົ່ງ.ນອກນັ້ນ,ຍັງມີການໄປທ່ອງທ່ຽວໃນແຫຼ່ງທ່ອງທ່ຽວຕ່າງໆທາງດ້ານທຳມະຊາດ ແລະ ວັດທະນະທຳນຳຄອບຄົວ, ໝູ່ເພື່ອນຢູ່ເປັນປະຈຳ,ການເບິ່ງໜັງ, ຟັງເພງ, ຫຼິ້ນດົນຕີ ພ້ອມດ້ວຍການປະກອບສ່ວນເປັນອາສາສະໝັກເພື່ອຊ່ວຍເຫຼືອສັງຄົມຢູ່ຕະຫຼອດເວລາໂດຍສະເພາະແມ່ນການອ່ານ ແລະ ການສຶກສາຂອງເດັກນ້ອຍຢູ່ໃນເຂດຊົນນະບົດຫ່າງໄກສອກຫຼີກ.
ສິ່ງສຳຄັນສຸດທ້າຍທີ່ນ້ອງຢາກຈະແບ່ງປັນ ແລະ ແນະນຳລຸ້ນນ້ອງກໍຄືຢາກໃຫ້ທຸກຄົນມີການວາງເປົ້າໝາຍໃນການຮຽນຂອງຕົນເອງໃຫ້ຊັດເຈນ ມີຄວາມຫ້າວຫັນຂະຫຍັນຂັນແຂງໃນການສຶກສາຫາຄວາມຮູ້ຢູ່ຕະຫຼອດເວລາ,ພະຍາຍາມຮຽນດ້ວຍຄວາມເຂົ້າໃຈເປັນຫຼັກ ແລະ ຈື່ຈຳເປັນສຳຮອງ, ຕ້ອງກ້າທີ່ຈະສະແດງວິໄສທັດຂອງຕົນໃນບັນຫາສະເພາະໜ້າຕ່າງໆເພື່ອເຝິກຝົນຫຼໍ່ຫຼອມຕົນເອງໃຫ້ກາຍເປັນຄົນທີ່ມີຄວາມກ້າຫານໃນສະແດງອອກເພື່ອເຮັດໃຫ້ບໍ່ມີຄວາມເຂີນອາຍໃນເວລາທີ່ຕົນຢາກຈະສະແດງຄວາມຄິດເຫັນ ຫຼື ຢາກແລກປ່ຽນບົດຮຽນກັບຜູ້ອື່ນ, ຕັ້ງໃຈຮຽນໃຫ້ຫຼາຍໆ, ຮູ້ຈຳແນກແບ່ງເວລາໃນການຮຽນໜັງສືນັບທັງພັກຜ່ອນໃຫ້ສະໝໍ່າສະເໝີ, ແລະ ສູ້ຊົນອົດທົນໃຫ້ເຖິງທີ່ສຸດເພາະນ້ອງເຊື່ອວ່າທຸກຄວາມສຳເລັດຍ່ອມບໍ່ເຄີຍຄິດທໍລະຍົດຄົດລ້ຽວຕໍ່ຄົນທີ່ມີຄວາມຫວັງ ແລະ ຄວາມມຸ່ງໝັ້ນພະຍາຍາມຢູ່ສະເໝີ.
ຈາກ: PJ Soudchai Xaphakdy