ດ່ວນທີ່ສຸດ…!!!​ ສອງຄອນມີຄຳສັ່ງ ປິດລ໋ອກດາວ( lockdown) ​ແຈ້ງການຈາກ ເຈົ້າເມືອງສອງຄອນ

    0
    496

    ດ່ວນທີ່ສຸດ!​ ສອງຄອນສັ່ງປິດ ( lockdown)​ ບ້ານຫນອງບົວທ່າ​ ເມືອງສອງຄອນ​ ແຂວງສະຫວັນນະເຂດ ເຈົ້າເມືອງສອງຄອນ ຈື່ງອອກແຈ້ງການດັ່ງນີ້:

    1. ໃຫ້ປິດບ້ານ ( ລັອກດາວ ) ບ້ານຫນອງບົວທ່າ ແລະ ໃຫ້ລ້ອກດາວຄອບຄົວຜູ້ສໍາພັດໃກ້ຊິດກັບທາມລາຍ ເປັນເວລາ 14 ວັນ, ນັບແຕ່ວັນທີ 20 ສິງຫາ 2021 ເຖິງ ວັນທີ 2 ກັນຍາ 2021, ຖ້າຫາກມີກໍລະນີຈໍາເປັນ ຫຼື ຮີບດ່ວນ ຫຼື ມີຈຸດປະສົງຢາກເຂົ້າ-ອອກບ້ານ ຕ້ອງໄດ້ຮັບອະນຸຍາດຈາກອໍານາດການປົກຄອງ ແລະ ເຈົ້າຫນ້າທີ່ເສຍກ່ອນ.

    2. ໃຫ້ປະຕິບັດຕາມການແຈ້ງການຂອງ ທ່ານເຈົ້າແຂວງໆສະຫວັນນະເຂດ ວ່າດ້ວຍການປ້ອງກັນ, ຄວບຄຸມ ແລະສະກັດກັ້ນການລະບາດພະຍາດໂດວິດ-19, ສະບັບເລກທີ 1327/ຈຂ.ສຂ, ລົງວັນທີ 4 ສິງຫາ 2021 ຢ່າງເຄັ່ງຄັດ ແລະ ເດັດຂາດ.

    3. ໃຫ້ສືບຕໍ່ປະຕິບັດຕາມການແນະນໍາຂອງຄະນະສະເພາະກິດ ເປັນຕົ້ນການຮັກສາໄລຍະຫ່າງ, ໃຊ້ຜ້າປິດປາກ-ດັ່ງ. ຫມັ່ນລ້າງມືດ້ວຍນໍ້າທີ່ສະອາດ, ດ້ວຍສະບູ, ເຈວລ້າງ) ແລະ ອື່ນໆ.

    4. ສໍາລັບແຮງງານລາວທີ່ໄດ້ຜ່ານການກັກຕົວຢູ່ສູນກັກກັນຂອງແຂວງ ແລະ ຂອງເມືອງດົບຕາມກໍານົດ ( 14 ວັນ ) ແລ້ວ, ໃນເວລາກັບເມືອບ້ານແມ່ນໃຫ້ສືບຕໍ່ກັກຕົວຢູ່ສູນຂອງກຸ່ມບ້ານຕື່ມອີກ ເປັນເວລາ 14 ວັນ ( ລວມເປັນ 28 ວັນ ) ແລະ ເມື່ອຄົບກໍານົດກັກກັນຢູ່ສູນແລ້ວໃນເວລາອອກຈາກສູນ ໃຫ້ເມືອສືບຕໍ່ກັກກັນຕົວເອງຕື່ມອີກ 14 ວັນ.

    5. ມອບໃຫ້ ຫ້ອງການຖະແຫຼງຂ່າວ, ວັດທະນະທໍາ ແລະ ທ່ອງທ່ຽວເມືອງ, ກໍາລັງ ປກຊ-ປກສ ຂັ້ນບ້ານ, ຂັ້ນກຸ່ມບ້ານ ເຄື່ອນໄຫວລາດຕະເວນ, ປ້ອງກັນເວນຍາມ, ໂຄສະນາເຜີຍແຜ່ ແຈ້ງການສະບັບນີ້ໃຫ້ພໍ່ແມ່ປະຊາຊົນ ຮັບຊາບ ແລະ ຈັດຕັ້ງປະຕິບັດຢ່າງທົ່ວເຖິງກັນ.

    ດັ່ງນັ້ນ, ຈຶ່ງອອກແຈ້ງການສະບັບນີ້ໃຫ້ທຸກພາກສ່ວນໃນທົ່ວເມືອງເພື່ອຊາບ ແລະ ພ້ອມກັນຈັດຕັ້ງປະຕິບັດຢ່າງ ເຂັ້ມງວດ.

    .

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.