ວັນຈັນ:ການງານ ຄວາມຂະຫຍັນເຮັດໃຫ້ສາມາດຜ່ານອຸປະສັກຕ່າງໆ ໄປໄດ້ ແມ່ນຕ້ອງພົບບັນຫາຫຼາຍ ໆ ຢ່າງພ້ອມໆ ກັນແຕ່ກໍຈະຜ່ານໄປໄດ້ຢ່າງເປັນໂຊກດີ ການເງິນ ມີເລື່ອງທີ່ຕ້ອງຈ່າຍໃນຊ່ວງນີ້ ເປັນເລື່ອງທີ່ຫຼີກລ້ຽງບໍ່ໄດ້ ໂດຍສະເພາະທີ່ຕ້ອງໄປຊ່ວຍເຫລືອບໍລິວານຕ່າງໆ ນັ້ນເອງ ຄວາມຮັກ ຍັງບໍ່ລົງຕົວທາງດ້ານຄວາມຮັກ ເພາະໄລຍະເວລາທີ່ໃຫ້ກັນຍັງບໍ່ຫລາຍພໍ ເພາະໃນເລື່ອງການງານທີ່ຕ້ອງທຸ້ມເທໃຫ້ສຳເລັດໄປໂດຍໄວ
ວັນຄານ:ການງານ ຈະເຮັດວຽກຫຍັງໃນຊ່ວງນີ້ມີຄວາມສຳເລັດ ມີຄວາມກ້າວໜ້າຢ່າງທີ່ຄາດຫວັງ ມີຄວາມຈະເລີນຮຸ່ງເຮືອງເປັນຢ່າງຫລາຍ ການເງິນ ຢາກຈະຊື້ຫາຂອງທີ່ຢາກໄດ້ເຂົ້າມາເພິ່ມເຕິມ ເພາະໄດ້ເງີນເຂົ້າມາເພີ່ມຂຶ້ນ ແລະຈະມີໂຊກຫລາຍກວ່າໜຶ່ງເທື່ອໃນຊ່ວງນີ້ ຄວາມຮັກ ຫາກຈະໄດ້ພົບໃຜໃນຊ່ວງນີ້ຈະຢູ່ໃນເກນບໍ່ມີຄູ່ກໍເປັນໄປໄດ້ ເປັນຄົົນທີ່ມີອາຍຸຕ່າງກັນໂດຍອີກຝ່າຍມີເກນອາຍຸຫລາຍກວ່າ
ວັນພຸດ:ການງານ ຊ່ວງນີ້ມີຄວາມລ່າຊ້າໃນເລື່ອງຂອງການງານ ຊຶ່ງຕ້ອງໃຊ້ຄວາມພະຍາຍາມຫລາຍກວ່າຄົນອື່ນຈຶ່ງຈະມີຄວາມສຳເລັດ ການເງິນ ມີໂຊກຈະໄດ້ເງີນເຂົ້າມາ ໃນມື້ນີ້ມີໂຊກດີເກີດຂຶ້ນ ດ້ານການເງີນດີຂຶ້ນກວ່າແຕ່ກ່ອນ ແຕ່ຕ້ອງລະວັງຄົົນທີ່ເຂົ້າມາຫຢິບເງີນຂອງທ່ານແລ້ວຈະບໍ່ໄດ້ຄືນ ຄວາມຮັກ ຍັງຄົງຊົງຕົວໃນເລື່ອງຄວາມສຳພັນ ມີເຫດຂັດແຍ້ງກັນນ້ອຍໆ ແຕ່ກໍຈະປັບຄວາມເຂົ້າໃຈກັນໄດ້
ວັນພະຫັດ:ການງານ ຈະຈັບງານຫຍັງໃນຊ່ວງນີ້ຈະປະສົບຄວາມສຳເລັດດີຢ້ຽມໄປທຸກຢ່າງ ເພາະມີຄວາມຕັ້ງໃຈ ແລະມີໂຊກໃນການເຮັດທຸລະກິດຈາກການຈັບທິດທາງທຸລະກິດໄດ້ຖືກຕ້ອງນັ້ນເອງ ການເງິນ ມີໂຊກຈະໄດ້ເງີນເຂົ້າມາໃນຊ່ວງນີ້ຢ່າງຕໍ່ເນື່ອງ ມີໂຊກດີຫລາຍກວ່າໜຶ່ງເທື່ອ ແລະຮູ້ສຶກໄດ້ວ່າດວງດີເລື່ອງການເງີນຂຶ້ນໄປເລື່ອຍໆ ຄວາມຮັກ ຫາກຈະໄດ້ພົບໃຜໃນຊ່ວງນີ້ເປັນຄົນຮູບຮ່າງສັນທັດ ແຕ່ບາງເທື່ອກໍຕ້ອງເຂົ້າໄປໃຫ້ການຊ່ວຍເຫລືອຄົນຮັກໃນເລື່ອງຕ່າງໆດ້ວຍ
ວັນສຸກ:ການງານ ມີຄວາມເລັ່ງຮີບໃນເລື່ອງການງານໃນຊ່ວງນີ້ ຕ້ອງໃຊ້ຄວາມພະຍາຍາມເພື່ອບໍລິຫານຈັດການໃຫ້ຜ່ານພົ້ນໄປໄດ້ຢ່າງມີຄວາມສຳເລັດ ການເງິນ ຊ່ວງນີ້ຕ້ອງລະມັດລະວັງໃນການລົງທຶນ ແລະການໃຊ້ຈ່າຍ ຊຶ່ງຕ້ອງມີຄວາມອ້ອມຄອບ ແລະພະຍາຍາມໃຊ້ເທົ່າທີ່ຈຳເປັນ ຄວາມຮັກ ຈະພົບຄົນເກັ່ງ ມີຄວາມສາມາດ ຜິວສອງສີ ສຸຂຸມອ້ອມຄອບ ມີພາວະຄວາມເປັນຜູ້ນຳ
ວັນເສົາ:ການງານ ຊ່ວງນີ້ຕ້ອງຄ່ອຍໆ ແກ້ບັນຫາສະເພາະໜ້າ ສະເພາະຢ່າງໄປເທື່ອລະຂັ້ນຕອນ ຄວນເຮັດດ້ວຍຕົວເອງ ເພາະຍັງໄວ້ວາງໃຈເພື່ອນຮ່ວມງານບໍ່ໄດ້ ການເງິນ ມີໂຊກຈະໄດ້ເງີນເຂົ້າມາຫລາຍກວ່າໜຶ່ງເທື່ອ ໃນມື້ນີ້ເປັນມື້ໂຊກດີຂອງທ່ານຈະສັງເກດໄດ້ວ່າຊ່ວງນີ້ດວງດີຂຶ້ນກວ່າແຕ່ກ່ອນ ຄວາມຮັກ ມີໂອກາດພົບຮັກ ພົບຄົົນທີ່ຖືກໃຈທີ່ຈະມີເຂົ້າມາໃນຊ່ວງນີ້ ດ້ວຍບຸນເກົ່ານຳພາມາໃຫ້ໄດ້ພົບກັນ
ວັນອາທິດ:ການງານ ຈະເຮັດວຽກສິ່ງໃດໃນຊ່ວງນີ້ມີຄວາມສຳເລັດດີຂຶ້ນ ຄ່ອຍໆ ໄດ້ຕາມເປົ້າໝາຍທີ່ຄາດຫວັງ ຈຶ່ງບໍ່ຄວນລະຖິ້ມຄວາມອົດທົນ ການເງິນ ມີທັງຮັບທັງຈ່າຍສະລັບປັບປ່ຽນກັນໄປໃນຊ່ວງນີ້ ມີແນວໂນ້ມວ່າຈະໃຊ້ເງີນເພື່ອຊື້ສິ່ງຂອງທີ່ຢາກໄດ້ເຂົ້າມາເພິ່ມເຕິມ ຄວາມຮັກ ຍັງບໍ່ລົງຕົວທາງດ້ານຄວາມຮັກ ເພາະຄວາມສຳພັນຍັງບໍ່ຕໍ່ເນື່ອງກັບຄົນຜິວຂາວ ທີ່ຍັງບໍ່ໄດ້ຮັບຄວາມຊັດເຈນ ຫລືໄລຍະທາງຍັງເປັນອຸປະສັກລະຫວ່າງກັນ