ຈັກຊິຫົວ ຫຼື ຊິໄຫ້ດີ..!!!ງານເຂົ້າແມ່ເຕັມໆ ເມື່ອປ່ອຍໃຫ້ລູກຫຼີ້ນໂທລະສັບຕາມລຳພັງ ພີດຊ່າ 6 ຖາດ ມາແບບງົງໆ ວັນທີ 18 ສິງຫາ 2021 ຜ່ານມານີ້ ມີຜູ້ໃຊ້ເຟສບຸກທ່ານໜຶ່ງ Chanthidaly ໂພສວ່າ: ເພຕັ້ນຫຼິ້ນໂທລະສັບເຮັດງານເຂົ້າແມ່ເຕັມໆ ” ພ້ອມຮູບພາບພິດຊ່າ 6 ຖາດນ້ອຍ ແລະ ຮູບອໍເດີໃນແອັບສັ່ງອາຫານ.ອີກມຸມທີ່ໜ້າ
ຮັກຂອງລູກແລະແມ່ສຳລັບເດັກນ້ອຍທີ່ໄຮ້ດຽງສາທີ່ສາມາ່ດກົດສັ່ງອາຫານໄດ້ ແຕ່ແມ່ກັບບໍ່ຮູ້ຈົນງົງວ່າອາຫານນັ້ນແມ່ນໃຜເປັນຜູ້ສັ່ງທັງໆທີ່ຕົນເອງບໍ່ໄດ້ເປັນຜູ້ສັ່ງ ແຕ່ກັບເປັນລູກຊາຍຕົວນ້ອຍນັ້ນເອງທີ່ສັ່ງມາກິນນັ້ນເອງ ຖືວ່າເປັນເລື້ອງລາວທີ່ໜ້າຮັກແບບໜຶ່ງ ທີ່ຢາກເອົາມາໃຫ້ຮັບຊົມນຳຈາກປາກົດການດັ່ງກ່າວສ້າງຄວາມຮືຮາໃຫ້ກັບຊາວເນັດຈຳນວນຫຼາຍ ແລະ ເປັນບົດຮຽນສຳລັບຜູ້ເປັນພໍ່ແມ່ ບໍ່ຄວນໃຫ້ລູກຫຼິ້ນໂທລະສັບຕາມລຳພັງ ເຊິ່ງອາດຈະສ້າງຄວາມເສຍຫາຍເກີດນຄາດກໍເປັນໄດ້.
ຈັກຊິຫົວ ຫຼື ຊິໄຫ້ດີ..!!!ງານເຂົ້າແມ່ເຕັມໆ ເມື່ອປ່ອຍໃຫ້ລູກຫຼີ້ນໂທລະສັບຕາມລຳພັງ ພີດຊ່າ 6 ຖາດ ມາແບບງົງໆ
ຈັກຊິຫົວ ຫຼື ຊິໄຫ້ດີ..!!!ງານເຂົ້າແມ່ເຕັມໆ ເມື່ອປ່ອຍໃຫ້ລູກຫຼີ້ນໂທລະສັບຕາມລຳພັງ ພີດຊ່າ 6 ຖາດ ມາແບບງົງໆ