ຄາດຊິເປັນຄູ່ກັນແລ້ວບໍ່ແຄ້ວກັນດອກ..!!!ເຈົ້າຮຽນຈີນ ຂ້ອຍຮຽນຫວຽດ ສຸດທ້າຍໂຄຈອນມາພົບກັນ

    0
    386

    ຜູ້ໃຊ້ເຟສບຸກຊື່ Phai Keoinda  ໄດ້ໂພສວ່າ: 18.07.2021-18.08.2021 ສຸກສັນວັນຄົບຮອບງານໝັ້ນ 1ເດືອນເດີທີ່ຮັກ#ຂໍຂອບໃຈຫລາຍໆຄົນທີລໍຖ້າຈະສົມນ້ໍາຫນ້າຄວາມຮັກຂອງເຮົາມັນເປັນແຮງຈຸງໃຈໃຫ້ເຮົາຮັກກັນຫລາຍຂື້ນ ມື້ນີ້ພວກເຈົ້າໄດ້ແຕ່ເວົ້າລະເດີ


    #ຄວາມຮັກຂອງເຮົາທັງສອງເດີນທາງມາເຖີງຈຸດສູງສຸດຕັ້ງແຕ່ບໍ່ເຄີຍເຫັນຫນ້າກັນ ກວ່າຈະຈີບຕິດແຊັດຫາມາເປັນປີເຈົ້າຈື່ງຍອມຕອບແຊັດ ບາດໄດ້ຕອບແຊັດໄດ້ລົມກັນແຊັດນໍາກັນຜ່ານອອນລາຍແບບບໍ່ເຄີຍເຫັນໜ້າ10ມື້ຂໍລາວເປັນແຟນ

    ຜ່ານໄປ1ເດືອນແລ້ວນັດເຈີເຫັນໜ້າກັນພຽງຄັ້ງດຽວຂື້ນສະຖານະເປັນແຟນກັນທາງFacebook ພໍເປັນແຟນກັນ7-8ເດືອນກະໄດ້ແຕ່ງກັນຮາຮາຮາໄວຈົນຄົນອ້ອມຂ້າງຄິດວ່າມີລູກ ຄວາມຈີງແລ້ວຍັງບໍ່ມີເດີ ທີ່ແຕ່ງໄວຍ້ອນພຽງແຕ່ຂ້ອຍຮັກລາວສຸດຫົວໃຈ ຢາກຢູ່ເບີ່ງແຍງລາວທຸກມື້

    ຢາກໃຊ້ຊີວິດຢູ່ຮ່ວມກີນນໍາລາວແບບຖືກຕ້ອງຕາມກົດໝາຍ ຢູ່ແບບຖືກຮີດຄອງປະເພນີ ໃນທຸກໆມື້ຂອງຊີວິດຢາກເຫັນໜ້າລາວເປັນຄົນແລກຕອນຕື່ນນອນ ຢູ່ເປັນຄົນສຸດທ້າຍຕອນນອນແຕ່ກວ່າຈະເຈີກັນກະບໍ່ແມ່ນເລື່ອງງ່າຍໆເລີຍ ເຮົາຢູ່ແຂວງດຽວກັນແຕ່ບໍ່ເຄີຍເຫັນໜ້າກັນຈັກເທື່ອຕັ້ງແຕ່ນ້ອຍຈົນໃຫຍ່(ຄົນແຂວງດຽວກັນແຕ່ຢູ່ຄົນລະເມືອງ) ເຈົ້າຮຽນຈີນ ຂ້ອຍຮຽນຫວຽດ ບໍ່ຄິດບໍ່ຝັນເລີຍວ່າຊິມາເຈີກັນໄດ້

    ອັນນີ້ແມ່ນບໍ່ທີ່ເຂົາເຈົ້າເອີ້ນວ່າຄູ່ກັນແລ້ວຈັງໃດກະບໍ່ແຄ້ວກັນ#ຂອບໃຈທີ່ເຂົ້າມາເປັນສ່ວນຫນື່ງໃນຊິວີດ ຄ່ອຍເປັນກໍາລັງໃຈຢູ່ຄຽງຂ້າງກັນມາຕະຫລອດ ຂ້ອຍໃຫ້ສັນຍາວ່າຈະຮັກ ຈະຊື່ສັດ ໃຫ້ກຽດເຈົ້າ ທັງຕໍ່ໜ້າແລະລັບຫລັງ ຂ້ອຍຈະຢູ່ເບີ່ງແຍງຮ່ວມທຸກຮ່ວມສຸກນໍາເຈົ້າໄປຕະຫລອດຊີວິດ

    #ເຮົາຜ່ານຫລາຍສີ່ງຫລາຍຢ່າງມານໍາກັນຫາເງີນຊ່ວຍກັນ ຊ່ວຍວຽກເຊີງກັນແລະກັນ ຈົນຊື້ລົດໃຫ່ຍໄດ້1ຄັນພ້ອມເງີນຈໍານວນຫນື່ງໃຊ້ຈ່າຍໃນງານ ນີ້ຄືຄວາມພາກພູມໃຈ ຂອງເຮົາທັງສອງ ຕໍ່ໄປຄືເຮືອນແລະລູກ

    ຂໍຂອບໃຈພໍ່ແມ່ພີ່ນ້ອງທັງ2ເບື້ອງ2ຝ່າຍທີ່ໃຫ້ການສຸກຍູ້ ຊ່ວຍເຫລືອ
    #ຂໍແຈ້ງມາເຖີງອ້າຍນ້ອງເພື່ອນມິດສະຫາຍ ທີຍັງບໍ່ໄດ້ບອກໄດ້ກ່າວ ເນືອງຈາກວ່ານີ້ຄືງານຫມັ້ນ ແລະຢູ່ໃນຊ່ວງໂຄວິດ19 ງານດອງຈັງຮ່ວມງານ ອ້າຍນ້ອງທຸກຄົນ


    # you are my everything Vanh Sisamoud I love you forever
    #ສູ້ຕໍ່ໄປເດີຫລາຍຄູ່ທີກໍາລັງຄິດຈະສ້າງສາ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.