ເອົາໃຈຊ່ວຍສະຫວັນນະເຂດ ຍັງ 1.300 ກວ່າຄົນນອນປິ່ນປົວຢູ່ໂຮງໝໍ

    0
    633

    ສະຫວັນນະເຂດ ກຳລັງຜະເຊີນກັບການລະບາດຂອງພະຍາດໂຄວິດ-19 ໃນຊຸມຊົນ ມື້ນີ້ພົບ 44 ກໍລະນີ ສົມທົບກັບຈຳນວນແຮງງານທີ່ກັບຈາກປະເທດເພື່ອນບ້ານ ໃນແຕ່ລະວັນ ເຮັດໃຫ້ທົ່ວແຂວງມີຕົວເລກສະສົມມາຮອດວັນທີ 17 ສິງຫາມີ 3.479 ຄົນ, ຍັງຄ້າງສູນປິ່ນປົວ 1.307 ຄົນ, ປິ່ນປົວດີແລ້ວ 2.172 ຄົນ, ຍິງ 1.099 ຄົນ ແລະ ເສັຍຊີວິດ 2 ຄົນ, ຍິງ 1 ຄົນ.

    ແນວໃດກໍ່ດີ ທີມແພດທຸກຄົນແມ່ນໄດ້ເຮັດໜ້າທີ່ຂອງຕົນຢ່າງສຸດກົກສຸດປາຍ ໃນວັນວັນທີ 17 ໄດ້ມີພິທີມອບ–ຮັບຜູ້ທີ່ປິ່ນປົວດີຈາກພະຍາດໂຄວິດ-19 ຕື່ມອີກ 42 ກໍລະນີ ຈາກສູນປີ່ນປົວ ແລະ ກັກບໍລິເວນ ໂນນສະຫວາດ (ໂຮງງານອັບເກນ) ເພື່ອໄປຈຳກັດບໍລິເວນຕໍ່ຢູ່ເຮືອນຂອງເພິ່ນເອງ.


    ກ່ອນກັບບ້ານທິມແພດປິ່ນປົວ ໄດ້ກ່າວຕໍ່ໍ່ ຜູ້ທີ່ປີ່ນປົວດີ ແລະ ຄອບຄົວວ່າ: ພາຍຫຼັງທີ່ກັບເມືອບ້ານແລ້ວ ຕ້ອງໄດ້ມີການສືບຕໍ່ ແຍກປ່ຽວກັກບໍລິເວນໂຕເອງຢູ່ສູນກັກບໍລິເວນ ຂອງເມືອງຕື່ມອີກ 14 ວັນ ທີ່ໄດ້ກຳນົດໄວ້ໃຫ້ໃນແຕ່ລະເມືອງ, ໃຫ້ເອົາໃຈໃສ່ປະຕິບັດມາດຕະການປ້ອງກັນຢ່າງເຂັ້ມງວດ ໃຫ້ຮັກສາໄລຍະຫ່າງທາງສັງຄົມ, ໃສ່ຜ້າອັດປາກ, ແລະ ໝັ່ນລ້າງມືໃສ່ສະບູຫຼື ເຈັວຂ້າເຊື້ອ ເປັນປະຈໍາ ຕະຫຼອດເຖິງ ການຕິດຕາມອຸນຫະພູມ ແລະ ອາການເຈັບເປັນຂອງຕົນເອງໃນແຕ່ລະວັນ, ຖ້າມີອາການເຈັບເປັນໃດນຶ່ງ ແມ່ນໃຫ້ໂທປຶກສາແພດເພື່ອຂໍຄໍາແນະນໍາໃນການປະຕິບັດຕົນ.


    ທ່ານຍັງໄດ້ເນັ້ນໜັກໃຫ້ທາງຄອບຄົວ ແລະ ອໍານາດການປົກຄອງບ້ານໄດ້ຊີ້ແຈງຕໍ່ປະຊາຊົນພາຍໃນບ້ານໃຫ້ມີຄວາມເຂົ້າໃຈ ແລະ ໂດຍສະເພາະບໍ່ໃຫ້ມີການລັງກຽດຕໍ່ຜູ້ຕິດເຊື້ອພະຍາດໂຄວິດ-19, ຜູ້ທີ່ໄດ້ຮັບການປິ່ນປົວດີແລ້ວ ແລະ ຄອບຄົວຂອງເຂົາເຈົ້າ, ໃຫ້ທຸກຄົນໃນສັງຄົມພ້ອມກັນເປັນກຳລັງໃຈ ແລະ ໃຫ້ການສະໜັບສະໜູນ ແລະ ການແນະນຳທີ່ດີຜູ້ທີ່ຕິດເຊື້ອ ກໍຄືຜູ້ທີ່ປິ່ນປົວດີ ແລ້ວເພື່ອໃຫ້ມີກຳລັງໃຈສືບຕໍ່ການປະຕິບັດມາດຕະການປ້ອງກັນພະຍາດໂຄວິດ-19 ແລະ ການດໍາລົງຊີວິດປົກກະຕິແບບໃໝ່ ( New normal ) ທີ່ປອດໄພໃນຄອບຄົວ ແລະ ໃນສັງຄົມ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.