ຄົນນ້ອຍອອກມາຍອມແລ້ວ! ຍິນດີກັບແຜັດ ເພັດດາວອນ ໃຫ້ກໍາເນີດທາຍາດຄົນທໍາອິດແລ້ວ

    0
    581

    ເປັນອີກເລື່ອງລາວໜ້າຍິນດີ ຂອງຄົນວົງການບັນເທີງ ໂດຍສະເພາະແມ່ນວົງການເພງລາວ ເມື່ອສາວແຜັດ ເພັດດາວອນ ນັກຮ້ອງດັງຈາກລາຍການປະກວດເພງຊື່ດັງຂອງໄທ ທີ່ຫາກໍ່ມີຂ່າວດີແຕ່ງງານໄປເມື່ອບໍ່ດົນມານີ້ ຫຼ້າສຸດ ໃຫ້ກໍາເນີດທາຍາດ ລູກຊາຍຄົນທໍາອິດແລ້ວ.

    ໂດຍຂ່າວດີນີ້ ຖືກແຊໃຫ້ຮູ້ໂດຍເຟສບຸກຂອງສາວແຜັດເອງທີ່ໂພສພາບພ້ອມບອກຂ່າວດີວ່າ ອາຕິໂນ່ອອກມາແລ້ວ, ຟັງຈາກຊື່ແລ້ວຕ້ອງເປັນຜູ້ຊາຍແນ່ນອນ.

    ແຖມຍັງສາຍແວວຫຼໍ່ແຕ່ຍັງນ້ອຍ ໜ້າທັ່ງດັງຄົມ ມາແຕ່ໄກ ເອີ້ນໄດ້ວ່າໄດ້ທັງຄວາມງາມຈາກແມ່ ແລະ ຄວາມຫຼໍ່ຈາກພໍ່ໄປແບບເຕັມໆ.ຂໍໃຫ້ລ້ຽງງ່າຍ ໃຫຍາສູງເປັນຄົນຮູ້ຜູ້ດີຂອງພໍ່ແມ່ເດີ້.


    ຄົນນ້ອຍອອກມາຍອມແລ້ວ! ຍິນດີກັບແຜັດ ເພັດດາວອນ ໃຫ້ກໍາເນີດທາຍາດຄົນທໍາອິດແລ້ວ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.