ເວົ້າໄດ້ດີ ມີຄວາມໝາຍ…!!!ຂໍຊົມເຊີຍເດີ້ ຝາກຮອດຫູແຮງງານລາວຄົນນັ້ນ ທີ່ບໍ່ພໍໃຈຕໍ່ສູນກັກກັນ (ມີຄລິບ)

    0
    709

    ຊ່ວຍແຊຣ໌ໃຫ້ເຖິງຫູແຮງງານລາວຄົນນັ້ນ

    ຄົນລາວທຸກຄົນກໍ່ລຳບາກ ທຸກຄົນເສຍສະຫຼະ ລັອກດາວຕົວເອງມາເກີນ4-5ເດືອນ, ກໍ່ຍ້ອນປ້ອງກັນເຊື້ອເພື່ອຊາດ ບາງຄົນບໍ່ມີຮອດເງິນຊິຊື້ເຂົ້າກິນ ບໍ່ມີເງິນຈ່າຍຄ່າໄຟຟ້າ ຕ່າງໆນາໆ ທຸກຄົນອົດທົນເພື່ອໃຫ້ຄົນລາວທຸກຄົນຢູ່ລອດ…​ຫຼາຍຄົນຮູ້ວ່າປະເທດຕົວເອງຍັງທຸກຍາກ ຖ້າມີການລະບາດໂຄວິດ19ຮອບໃໝ່ ກໍ່ອາດເປັນເໝືອນປະເທດອິນເດຍໄດ້…

    ແຮງງານລາວຄົນນັ້ນ ຖ້າບໍ່ຢາກຢູ່ທີ່ສູນກັກກັນ ກໍ່ສາມາດຂໍອະນຸຍາດກັບໄປປະເທດໄທໄດ້ ສະຖານທູນລາວກໍ່ດູແລຄົນລາວທີ່ອາໃສຢູ່ປະເທດໄທເຊັ່ນກັນ…​

    ແຮງານລາວຄົນອື່ນເດພວກເຂົາຄືທົນໄດ້ ຄວນເຂົ້າໃຈມີຄົນເຂົ້າມາຫຼາຍ ການດູແລອາດຈະບໍ່ສະດວກຈິງ ບໍ່ແມ່ນຊິໃຫ້ໄດ້ແຕ່ໃຈເຮົາໝົດ ຄົນທີ່ດູແລບ່ອນກັກກັນໂຄວິດອາດຈະບໍ່ພຽງພໍ…​

    ດ້ວຍຄວາມຮັກປະເທດ ຮັກຄົນລາວດ້ວຍກັນ ຂາດຕົກບົກພ່ອງຫຍັງກໍ່ສະເໜີນຳອຳນາດກາງປົກຄອງແຕ່ລະຂັ້ນລະຫວະ ໂວຍວາຍລະໄດ້ຫຍັງ…​ບໍ່ແມ່ນຊິເອົາແຕ່ຄວາມສະໃຈ,​ ຄວນໃຫ້ກຳລັງໃຈແພດໜໍຜູ້ຢູ່ດ່ານໜ້າແດ່ ບາງຄົນບໍ່ມີຮອດມື້ພັກ…

    ​ເຈົ້າມາພະຈົນໄພຢູ່ສູນກັກກັນພຽງທໍ່ໃດມື້ ກໍ່ເອົາແທ້ເອົາວ່າ…ຂ້ອຍຮຸ່ນແມ່ເຈົ້າ ບໍ່ໄດ້ໃຊ້ອາລົມ ຄິດແລ້ວຈຶ່ງສົ່ງສຽງມາເຖິງເຈົ້າ ຢາກໃຫ້ເຈົ້າສຳນຶກ…​

    ລັດຖະບານບໍ່ໄດ້ດູແລເຈົ້າຄົນດຽວ ດູແລທຸກຄົນໃນທົ່ວປະເທດ ໃນເມື່ອເພິ່ນເຮັດໄດ້ດີ ພວກເຮົາຄົນລາວກໍ່ຄວນສາມັກຄີກັນ ຫາທາງອອກຮ່ວມກັນ ແລະຄວນໃຫ້ກຳລັງໃຈລັດຖະບານ…​ແມ່ນບໍ່

    ໃຜໄດ້ພາສາໄທຊ່ວຍແປໃຫ້ພວກເພິ່ນແດ່ທີ່ເຂົ້າມາຄໍາເມັ້ນແບບກວນໆ…​ຢູ່ປະເທດລາວທຸກຄົນວິພາກວິຈານໄດ້ ແຕ່ໃຫ້ເວົ້າຄວາມຈິງ ຢ່າແຕ່ງເລື່ອງໃສ່…​

    ຖ້າໃຜຕິດຕາມຂ້ອຍມາດົນ ຈະເຫັນຂ້ອຍວິຈານລັດຖະບານລາວ ຖ້າຂ້ອຍເຫັນອັນໃດທີ່ຂ້ອຍຄິດວ່າລັດຖະບານຍັງເຮັດບໍ່ໄດ້ດີຂ້ອຍກໍ່ເວົ້າເຊັ່ນ: ເລື່ອງປ້າຍ,​ ເລື່ອງທາງ,​ ເລື່ອງໄຟຟ້າ,​ ເລື່ອງກົດຈໍລະຈອນ ແລະອື່ນໆ.

    ຂອບໃຈທີ່ມາ:

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.