ລູກາກູ ກັບຄືນສູ່ ເຊລຊີ ຫວັງພາທີມກວາດແຊັມຕ່າງໆ ພ້ອມເປັນນັກເຕະຍ້າຍທີມລວມມູນຄ່າສູງສຸດ

    0
    513

    ລູກາກູ ລະເບີດຟອມເກັ່ງກັບ ອິນເຕີ ມິລານ ຈົນພາທີມຄວ້າແຊັມ ກັລໂຊ ເຊເຣຍ ອາ ອິຕາລີ ໃນລະດູການທີ່ຜ່ານມາ ແລະ ເມື່ອວັນທີ 12 ສິງຫາ 2021 ເຂົ້າຮັບການກວດຮ່າງກາຍ ແລະ ຈັບປາກກາເຊັນສັນຍາກັບ ເຊລຊີ ຄັ້ງທີ 2 ຫຼັງຈາກທີ່ເຄີຍຢູ່ກັບ ເຊລຊີ ມາແລ້ວລະຫວ່າງປີ 2011-2014 ເຊິ່ງສັນຍາສະບັບຫຼ້າສຸດມີໄລຍະເວລາ 5 ປີ.

    ລູກາກູ ກ່າວວ່າ: ຂ້ອຍມີຄວາມສຸກທີ່ໄດ້ກັບມາຍັງສະໂມສອນແຫ່ງນີ້, ຖືເປັນການເດີນທາງອັນຍາວນານ, ຂ້ອຍຢູ່ທີ່ນີ້ນັບຕັ້ງແຕ່ເດັກນ້ອຍທີ່ບໍ່ມີປະສົບການ ແຕ່ຕອນນີ້ຂ້ອຍໃຫຍ່ ແລະ ມີປະສົບການຫຼາຍຂຶ້ນແລ້ວ ເຊິ່ງຂ້ອຍຫວັງວ່າຈະພາທີມປະສົບຜົນສໍາເລັດ ແລະ ຄວ້າແຊັມຫຼາຍໆລາຍການ.

    ຂະນະທີ່ ຕາມການລາຍງານຂອງເວັບໄຊທ໌ transfermarkt.com ລະບຸວ່າ: ຕອນນີ້ຄ່າຕົວລວມຂອງ ລູກາກູ ຈາກການຍ້າຍທີມ 5 ຄັ້ງ ແຊງຂຶ້ນອັນດັບ 1 ແທນ ເນມາ ກອງໜ້າຂອງປາຣີສ ແຊງແຊກແມງ ເປັນທີ່ຮຽບຮ້ອຍຄື:
    1.ລູກາກູ ປັດຈຸບັນຢູ່ ເຊລຊີ ຍ້າຍທີມມາແລ້ວ 5 ຄັ້ງມີຄ່າຕົວລວມ 327,6 ລ້ານເອີໂຣ
    2.ເນມາ ປັດຈຸບັນຢູ່ ປາຣີສ ແຊງແຊກແມງ ຍ້າຍທີມມາແລ້ວ 2 ຄັ້ງມີຄ່າຕົວລວມ 310,2 ລ້ານເອີໂຣ
    3.ຄຣິສເຕຍໂນ ໂຣນັລໂດ ປັດຈຸບັນຢູກັບ ຢູເວນຕຸສ ຍ້າຍທີມມາແລ້ວ 3 ຄັ້ງມີຄ່າຕົວລວມ 230 ລ້ານເອີໂຣ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.