ເພ້ຍເປັນສັດຕູຂອງພືດທີ່ເຫັນໄດ້ທົ່ວໄປ ທີ່ທຳລາຍຜົນລະປູກຂອງຊາວກະສິກອນ ປີນີ້ຊາວນາຫຼາຍເຂດແຂວງແມ່ນປະສົບກັບໄພແລ້ງຍັງບໍ່ພໍ ເພ້ຍໄຟມາທຳລາຍເພີ່ມ ຄາດເດົາໄດ້ຍາກຜົນຜະລິດຈະອອກມາແນວໃດ ເຊິ່ງໃນວັນທີ 10 ສິງຫາ 2021 ທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາ ແຂວງໄຊຍະບູລີ ແລະ ທ່ານ ພູວົງ ກອງຊັບ ຫົວໜ້າຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງ ພ້ອມດ້ວຍພະນັກງານວິຊາການຫ້ອງການ ໄດ້ລົງຕິດຕາມກວດກາເບິ່ງສະພາບການເກີດເພ້ຍໄຟໃນເຂົ້ານາເຂົ້າຂອງປະຊາຊົນຢູ່ຫຼາຍບ້ານພາຍໃນເມືອງ.
ເຊິ່ງທ່ານ ພູວົງ ກອງຊັບ ຫົວໜ້າຫ້ອງການ ກະສິກຳ ແລະ ປ່າໄມ້ເມືອງຫົງສາ ໄດ້ລາຍງານໃຫ້ຮູ້ວ່າ: ເພ້ຍໄຟດັ່ງກ່າວນີ້, ແມ່ນເກີດຈາກເຊື້ອໄວຣັດຊະນິດໜຶ່ງ ທີ່ຖ່າຍທອດເຂົ້າສູ່ຕົ້ນເຂົ້າ ໂດຍເພ້ຍຈັກຈັ່ນເປັນຕົວນຳເຊື້ອ. ຕົ້ນເຂົ້າທີ່ເປັນພະຍາດນີ້, ຈະຢຸດສະງັກໃນການຈະເລີນເຕີບໂຕແຕກກໍ່ໜ້ອຍ, ອາການເລີ່ມຕົ້ນ ປາຍໃບຈະແຫ້ງ, ໃບຈະເປັນສີເຫລືອງສົ້ມແກ່ ແລະ ກໍ່ຕາຍໄປໃນທີ່ສຸດ.
ຖ້າຫາກເກີດຂຶ້ນກັບຕົ້ນເຂົ້າທີ່ແກ່ແລ້ວ ການອອກຮວງ ກໍຈະບໍ່ສົມບູນ ເຮັດໃຫ້ເມັດເຂົ້າລີບ ປະຈຸບັນການລະບາດຂອງເພ້ຍໄຟ (ໃບສີນ້ຳໝາກກ້ຽງ) ນໍາຕົ້ນເຂົ້ານາຂອງປະຊາຊົນ ຢູ່ພາຍໃນເມືອງ ແມ່ນມີ 7 ບ້ານທີ່ຖືກຜົນກະທົບຄື: ບ້ານກິ່ວມ່ວງ ມີ 32 ຄອບຄົວທີ່ຖືກຜົນກະທົບ ໃນເນື້ອທີ່ນາ 46,88 ເຮັກຕາ; ບ້ານເມືອງຫານ ມີ 16 ຄອບຄົວທີ່ຖືກຜົນກະທົບ ໃນເນື້ອທີ່ນາ 12,17 ເຮັກຕາ; ບ້ານວຽງແກ້ວ ມີ 6 ຄອບຄົວທີ່ຖືກຜົນກະທົບ ໃນເນື້ອທີ່ນາ 5,75 ເຮັກຕາ; ບ້ານສີບຸນເຮືອງ ມີ 3 ຄອບຄົວທີ່ຖືກຜົນກະທົບ ໃນເນື້ອທີ່ນາ 1,23 ເຮັກຕາ; ບ້ານໂພນໄຊ ມີ 2 ຄອບຄົວທີ່ຖືກຜົນກະທົບ ໃນເນື້ອທີ່ນາ 1,03 ເຮັກຕາ; ບ້ານນາສ້ານ ມີ 1 ຄອບຄົວທີ່ຖືກຜົນກະທົບ ໃນເນື້ອທີ່ນາ 0,5 ເຮັກຕາ; ບ້ານໂພນຈັນ ມີ 1 ຄອບຄົວທີ່ຖືກຜົນກະທົບ ໃນເນື້ອທີ່ນາ 0,3 ເຮັກຕາ. ລວມເນື້ອທີ່ນາທີ່ຖືກຜົນກະທົບຈາກການລະບາດຂອງເພ້ຍໄຟມີທັງໝົດ 67,86 ເຮັກຕາ.
ຕໍ່ກັບບັນຫາດັ່ງກ່າວນີ້, ທ່ານ ຈັນເພັງ ອູ່ທອງຄຳ ຮອງເຈົ້າເມືອງຫົງສາ ກໍ່ໄດ້ໃຫ້ທິດຊີ້ນຳ ໃຫ້ພາກສ່ວນທີ່ກ່ຽວຂ້ອງ ກໍ່ຄື: ຫ້ອງການກະສິກຳ ແລະ ປ່າໄມ້ເມືອງ, ອົງການປົກຄອງບ້ານ ແລະ ເຈົ້າຂອງນາເຂົ້າ ຈົ່ງພ້ອມກັນເອົາໃຈໃສ່, ຕິດຕາມເຝົ້າລະວັງເກັບກໍາຂໍ້ມູນຜົນກະທົບຢ່າງລະອຽດ, ສົ່ງວິຊາການລົງເຄື່ອນໄຫວແນະນຳວິທີການກຳຈັດໃນເບື້ອງຕົ້ນ, ການສີດພົ່ນສານຊີວະພາບກຳຈັດເພ້ຍໄຟ ເພື່ອບໍ່ໃຫ້ແຜ່ລາມອອກໄປສູ່ເຂດອຶ່ນຕື່ມອີກ.