ບໍ່ທຳມະດາ ພັນລະຍາຂອງ ສໍລະຍຸດ ສຸທັນນະ ຈິນດາ ນັກເລົ່າຂ່າວດັງໄທ ທີ່ມີເອກະລັກການເລົ່າຂ່າວ, ປະກາດຂ່າວທີ່ຄັກສຸດຍອດ ທີ່ຫາກໍອອກມາສູ່ສັງຄົມປົກກະຕິ ຫຼັງຖືກຄຸມໂຕ ແລະນີ້ຄືສາວງາມຜູ້ຄອບຄອງຫົວໃຈມາດົນ
ສໍລະຍຸດ ມີຜົນງານທີ່ຮູ້ຈັກຫລາຍລາຍການເຊັ່ນ ເລື່ອງເລົ່າເຊົ້ານີ້ ເລື່ອງເລົ່າເສົາ ອາທິດ ຄຸດຄຸ້ຍຂ່າວ ແລະ ຖຶງລູກຖຶງຄົນ ສ່ວນໃຫຍ່ແລ້ວລາວຈະເຮັດວຽກຮ່ວມກັບນ້ອງໄບ ຮຽກໄດ້ວ່າ ທັງສອງນັ້ນ ອ່ານຂ່າວແລ້ວເຂົ້າກັນໄດ້ດີ ຍ້ອນສ່ວນໂຕ ນ້ອງໄບ ເອງກໍນັບຖື ສໍລະຍຸດ ເປັນອ້າຍທີ່ນັບຖື ແລະເຄົາລົບຮັກ
ນອກຈາກຈະເປັນຄົນອ່ານຂ່າວແລ້ວ ລາວຍັງດຳລົງຕຳແຫນ່ງປະທານກຳມະການບໍລິສັດ ໄຮ່ສົ້ມຈຳກັດ ທີ່ຜະລິດລາຍການໂທລະທັດ ຮວມໄປເຖິງບໍລິສັດ ຊັດຖ້ອຍຊັດຄຳ ຈຳກັດ ທີ່ຮັບຈັດງານ ແລະກິດຈະກຳນັ້ນເອງ ເຮົາຮູ້ຈັກຊື່ສຽງຂອງລາວຫລາຍຂື້ນເລື້ອຍໆ
ແຕ່ຄົນສ່ວນຫນ່ອຍ ທີ່ຈະຮູ້ຈັກກັບພັນລະຍາຂອງລາວວ່າແມ່ນໃຜ ພັນລະຍາມີຊື່ວ່າ ພຽງຈັນ ວ່ອງວິດຊຸເວດ ພະນັກງານ ອິດສະລະ ຟຣີແລນ ຂອງສຳນັກງານພິມຊັ່ນບຸກ ເຮົາບໍ່ຄ່ອຍເຫັນ ທັງສອງອອກສື່ຂ່າວນຳກັນປານໃດ
ຍ້ອນພັນລະຍາເປັນຄົນມັກຢູ່ງຽບໆ ບໍ່ມັກທີ່ຈະອອກສື່ ມື້ນີ້ເຮົາຈະພາທຸກຄົນມາເບີ່ງຮູບແບບເຕັມໆ ພັນລະຍາຂອງສໍລະຍຸດ ທີ່ໃຊ້ຊີວິດຢູ່ຮ່ວມກັນມາດົນຮອດ 20 ປາຍປີ ບໍ່ວ່າຈະເກີດຫຍັງຂຶ້ນ ລາວກໍຢູ່ຄຽງຄ້າງຕະຫລອດ