ການລ້ຽງກົບໃນນາເຂົ້າຟັງແລ້ວຄືທຳມະດາເກີນໄປ ແຕ່ຜົນການຕອບແທນແລ້ວວິທີການລ້ຽງແບບທີ່ວ່ານີ້ນັບວ່າບໍ່ທຳມະດາ ດັ່ງນັ້ນເຮົາມາເບິ່ງກັນເລີຍດີກວ່າວິທີການລ້ຽງກົບໃນນາເຂົ້າມັນມີຄວາມສຳຄັນ ແລະ ໄດ້ປະໂຫຍດແບບໃດ
+ ປະໂຫຍດຂອງການລ້ຽງກົບໃນນາເຂົ້າ ຂອງປະເທດເຮົາໃນປັດຈຸບັນການລ້ຽງກົບແບບທຸລະກິດທາງການຄ້າໄດ້ເກີດແຜ່ຢ່າງຫຼວງຫຼາຍ ເພາະກົບເປັນສັດທີ່ລ້ຽງງ່າຍ, ໃຫຍ່ໄວ
ຕົ້ນທຶນຕໍ່າຄວາມຕ້ອງການຈາກທ້ອງຕະຫຼາດສູງທັງໃນ ແລະ ຕ່າງປະເທດ ໂດຍສະເພາະກະເສດສາມາດຢຶດເປັນອາຊີບຫຼັກ ຫຼື ອາຊີບເສີມໄດ້ເປັນຢ່າງດີ
ການລ້ຽງກົບໃນບ້ານເຮົາມີຢູ່ດ້ວຍກັນຫຼາຍວິທີຂຶ້ນຢູ່ກັບຄວາມເໝາະສົມ ແລະ ຄວາມຕ້ອງການຂອງຜູ້ລ້ຽງວ່າຈະລ້ຽງແບບໃດເຊັ່ນການລ້ຽງກົບໃນບໍ່ຊີເມັນ, ການລ້ຽງກົບໃນບໍ່ດິນ, ການລ້ຽງກົບໃນຄອກເປັນຕົ້ນ ສ່ວນການລ້ຽງ
ກົບທີ່ຈະຂໍນຳສະເໜີທັງໝົດນັ້ນແມ່ນໄດ້ມາຈາກປະສົບການທີ່ລ້ຽງເອງ ແລະ ສຶກສາມາຈາກຜູ້ລ້ຽງກົບທີ່ມີປະສົບການ ແລະ ປະສົບກັບຄວາມສຳເລັດມາແລ້ວໃນບາງສ່ວນ ວິທີນີ້ກໍ່ຄືການລ້ຽງກົບໃນນາເຂົ້າ ຊຶ່ງສ່ວນຫຼາຍ
ແລະ ສ່ວນໃຫຍ່ແລ້ວເຮົາມັກຈະໄດ້ຍິນໄດ້ຟັງແຕ່ການລ້ຽງປາໃນນາເຂົ້າ ການລ້ຽງກົບໃນນາເຂົ້າກໍ່ຈະຄ້າຍໆກັນກັບການລ້ຽງປາໃນນາເຂົ້າ ການລ້ຽງແບບວິທີນີ້ຈະໄດ້ຫຼາຍກວ່າທີ່ຄິດຄື ຈະໄດ້ທັງເຂົ້າ,
ໄດ້ທັງປາ ແລະ ສິ່ງຈະຕາມມາທີ່ຫຼັງນັ້ນກໍ່ຄືກົບ ອາຫານທີ່ເຫຼືອຈາກການລວບລວມຂີ້ກົບກໍ່ຈະກາຍເປັນອາຫານຂອງປາບໍ່ຕ້ອງການບຳລຸງປຸ໋ຍກັບຕົ້ນເຂົ້າເລີຍ
+ ວິທີການລ້ຽງ
ຈາກປະສົບການທີ່ເຄີຍຜ່ານການລ້ຽງ ກົບເປັນສັດທີ່ມັກມີຄວາມເປັນຢູ່ທີ່ມີລັກສະນະແບບທຳມະຊາດຫຼາຍ ເພາະສະນັ້ນຖ້າເຮົາຈະນຳກົບມາລ້ຽງໃຫ້ມັນມີຊີວິດໃກ້ຄຽງກັບທຳມະຊາດໃຫ້ຫຼາຍທີ່ສຸດແລ້ວຫົນທາງແຫ່ງຄວາມສຳເລັດ
ນັ້ນກໍ່ຈະມີຢູ່ແຄ່ເອື້ອມມືເທົ່ານັ້ນ ແລະ ການລ້ຽງກົບໃນນາເຂົ້າເຮົາສາມາດລ້ຽງໄດ້ເທື່ອລະຫຼາຍໆໄດ້ ກົບທີ່ປ່ອຍລົງລ້ຽງໃນນາເຂົ້າໄດ້ຕ້ອງແມ່ນກົບອາຍຸປະມານ 2 ເດືອນ ເພາະກົບອາຍຸໃນໄວນີ້ມີສະພາບທີ່ແຂງແຮງສາມາດກິນ
ອາຫານຈາກທຳມະຊາດໄດ້ ແລະ ປັບສະພາບເຂົ້າກັບສິ່ງແວດລ້ອມໃນນາເຂົ້າໄດ້ດີ, ສ່ວນຕົ້ນເຂົ້າທີ່ພ້ອມຈະປ່ອຍກົບຕ້ອງມີອາຍຸ 2-3 ເດືອນເຊັ່ນກັນ
ເພາະຕົ້ນເຂົ້າຂະໜາດນີ້ໃຫຍ່ພໍທີ່ຈະເປັນທີ່ກຳບັງຂອງກົບ ແລະ ເປັນທີ່ຢູ່ອາໃສຈຳພວກແມງໄມ້ຕ່າງໆທີ່ຈະມາເປັນອາຫານຕາມທຳມະຊາດຂອງກົບໄດ້ເປັນຢ່າງດີ
ສ່ວນຄວາມພ້ອມທາງດ້ານອື່ນໆກໍ່ຕ້ອງມີການຈັດການໃຫ້ຮຽບຮ້ອຍຄືກັນຕາມບໍລິເວນຄັນນາຕ້ອງກັ້ນດ້ວຍຕາໜ່າງຂຽວໃຫ້ມີຄວາມສູງຈາກຄັນນາປະມານ 1.20 ມ ແລະ ຮອບໆຄັນນາຕ້ອງຂຸດຄູກວ້າງປະມານ 2 ມ ແລະ
ຂຸດໃຫ້ກວ້າງເປັນພິເສດໄວ້ມຸມໃດມຸມໜຶ່ງຂອງຄັນນາ ເພື່ອເປັນການສະດວກເວລາປ່ອຍນໍ້າກັບການຈັບກົບ ເມື່ອທຸກຢ່າງພ້ອມເຮົາກໍ່ສາມາດປ່ອຍກົບລົງໃນນາລ້ຽງໄດ້ເລີຍໂດຍບໍ່ຕ້ອງມີການລັງເລໃຊ້ເວລາລ້ຽງປະມານ 2 ເດືອນ ກໍ່ສາມາດຈັບກົບອອກຂາຍໄດ້ ຫຼື ນຳມາເປັນອາຫານກໍ່ໄດ້ເຊັ່ນກັນ
+ ການໃຫ້ອາຫານ
ການໃຫ້ອາຫານເມັດ ຫຼື ປາທີ່ຝັກໄວ້ ກໍ່ຈັດການວາງໄວ້ບໍລິເວນຮອບໆຂອງຄັນນາກົບຈະຂຶ້ນມາກິນອາຫານຂອງມັນເອງ ໂດຍບໍ່ຕ້ອງມີການບັງຄັບປະລິມານຂອງຫານທີ່ໃຫ້ຕ້ອງຂຶ້ນຢູ່ກັບປະລິມານຂອງກົບທີ່ເຮົາລ້ຽງເປັນໂຕກຳນົດ
ໂດຍການສັງເກດຈາກການໃຫ້ອາຫານຖ້າກົບກິນອາຫານໝົດກໍ່ຄວນເພີ່ມອາຫານໃຫ້ອີກຕາມຄວາມເໝາະສົມ ຊຶ່ງໄລຍະນີ້ກົບຈະເຕີບໂຕໄວ
ເພາະນອກຈາກກົບຈະໄດ້ອາຫານຈາກທີ່ເຮົາໃຫ້ແລ້ວນັ້ນກົບຍັງໄດ້ອາຫານຈາກທຳມະຊາດອີກດ້ວຍ ແລະ ການລ້ຽງກົບແບບວິທີນີ້ເປັນວິທີທີ່ບໍ່ຄ່ອຍມີບັນຫາໃນເລື່ອງຂອງໂລກອີກດ້ວຍ