ທ່ານ ຮອງລັດຖະມົນຕີກະຊວງປ້ອງກັນປະເທດເດີນທາງໄປເຂດເສດຖະກິດພິເສດສາມຫຼ່ຽງຄຳ

    0
    470

    ຄືດັ່ງທີ່ເຫັນເປັນຂ່າວໃນໂລກໂຊຊຽວມີເດຍໃນສອງມື້ຜ່ານມາ ກ່ຽວກັບແຮງງານມຽນມາທີ່ຢູ່ເຂດເສດຖະກິດພິເສດສາມຫຼ່ຽມຄຳໄດ້ອອກມາປະທ້ວງ ຍ້ອນເຫດຜົນໃດຍັງບໍເປັນທີ່ຊັດເຈນ ບັນຫານີ້ລັດຖະບານບໍ່ໄດ້ນີ້ງເສີຍໃນການດູແລປົກປ້ອງຜູ້ອອກແຮງງານ.


    ຫຼ້າສຸດໃນວັນທີ 8 ສີງຫາ 2021ນີ້ ພົນຕີ ຈັນທອງ ສອນຕະອາດ ຮອງລັດຖະມົນຕີກະຊວປ້ອງກັນປະເທດ ໄດ້ລົງໄປກວດກາສະພາບການຢູ່ພາຍໃນເຂດເສດ ຖະກິດພິເສດສາມຫຼ່ຽມຄຳ ໂດຍການຕ້ອນຮັບຂອງ ທ່ານ ນາງ ທອງຄູນ ພົນທອງສີ ຫົວຫນ້າຄະນະຄຸ້ມຄອງ ເຂດເສດຖະກິດພິເສດແຂວງບໍ່ແກ້ວ ພ້ອມດ້ວຍສະພາບໍລິຫານເຂດເສດຖະກິດພິເສດສາມຫຼ່ຽມຄຳ.


    ໃນກອງປະຊຸມ ທ່ານ ນາງ ທອງຄູນ ພົນທອງສີ ໄດ້ລາຍງານສະພາບ ການໃນຊ່ວງແຜ່ລະບາດຂອງພະຍາດໂຄວິດ-19 ແລະ ເຫດການການຊຸມ ນຸມຮຽກຮ້ອງຂອງແຮງງານມຽມມາ. ຈາກນັ້ນ ພົນຕີ ຈັນທອງ ສອນຕະອາດ ໄດ້ໃຫ້ທິດຊີ້ນຳ ແລະ ແກ້ໄຂຕໍ່ກັບເຫດການດັ່ງກ່າວແລ້ວ.


    Cr: ເຂດເສດຖະກິດພິເສດ ສາມຫຼ່ຽມຄຳ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.