ໄດ້ຮັບແຈ້ງຈາກ ໜ໋ວຍກູ້ໄພ 1624 ລາຍງານ ເວລາ 18:40 ວັນທີ 8/8/2021ວ່າອຸບັດຕິເຫດຮຸນແຮງ ທີ່ທາງດ່ວນ ວຽງຈັນວັງວຽງ! ເຮັດໃຫ້ມີຜູ້ເ ສ ຍ ຊີ ວິ ດຄາລົດ
ໃນວັນທີ 8 ສິງຫາ 2021 ຕອນຄຳ່ເວລາ 18:40 ທິດທາງສະຖານີນຳ້ງື່ມ-ສະຖານີຫີນເຫີບໄດ້ມີອຸປະຕິເຫດເກີນຂຶ້ນ.
ໃນວັນທີ 8 ສິງຫາ 2021 ຕອນຄຳ່ເວລາ 18:40 ມີລົດເກັງຄັນໜຶ່ງໄດ້ເກີດອຸປະຕິເຫດທີ່ທິດທາງສະຖານີນຳ້ງື່ມ-ສະຖານີຫີນເຫີບ ສະຖານທີ່ເກີດເຫດແມ່ນຈຸດກິໂລແມັດທີ K83, ອຸປະຕິເຫດຄັ້ງນີ້ໄດ້ມີຄົນເສຍຊິວິດ 1ຄົນ (ເສຍຊິວິດກັບທີ່) ແລະ ຮັບບາດເຈັບ 2ຄົນ
ຜູ້ຮັບບາດເຈັບ 2ຄົນ ແມ່ນໄດ້ນຳສົ່ງເຖິງໂຮງໝໍແລ້ວ. ຕຳຫຼວດຈາລະຈອນ ແລະ ພະນັກງານຄຸ້ມຄອງທາງດ່ວນ ໄດ້ລົງໄປສະຖານທີ່ເກີດເຫດທັນທີ່, ພ້ອມທັງຈັດສັນການສັນຈອນ ແລະ ໃຫ້ຊ່ວຍເຫຼືອ, ການຄາດຄະເນເບື້ອງຕົ້ນແມ່ນຂັບຂີ່ຍານພາຫະນະດ້ວຍຄວາມໄວສູງ.
ຈາກການເກີດອຸປະຕິເຫດໃນຄັ້ງນີ້ທາງດ່ວນນະຄອນຫລວງວຽງຈັນ-ວັງວຽງຂໍແຈ້ງເຕືອນມາຍັງນັກຂັບຂີ່ທຸກທ່ານວ່າ: ຂັບຂີ່ດ້ວຍຄວາມລະມັດລະວັງ, ຫຼຸດຜ່ອນຄວາມໄວຂອງພາຫະນະ ແລະ ຂັບຊ້າລົງ.