ເຄີຍລອງກິນລະບໍ່ ແມງສາບອົບແຫ້ງ ໂປຣຕີນຊັ້ນເລີດ

    0
    475

    ເຄີຍລອງກິນລະບໍ່ ແມງສາບອົບແຫ້ງ ໂປຣຕີນຊັ້ນເລີດ ກາຍເປັນກະແສໃນໂລກອອນໄລນ໌ ເມື່ອຮ້ານແຫ່ງໜຶ່ງໂພສຮູບແມງສາບອົບກອບບັນຈຸໄວ້ໃນຖົງ ເຊິ່ງເປັນອາຫານກິນຫຼິ້ນ ທີ່ເຮັດມາຈາກແມງສາບແທ້. ທາງຮ້ານເອງໄດ້ລະບຸວ່າ ແມງສາບມີປະໂຫຍດຫຼາຍຢ່າງ

    ທັງໂປຣຕີນຫຼາຍ, ຂາ ແລະ ປີກຂອງມັນມີສານທີ່ຊ່ວຍໃຫ້ເລືອດລົມໄຫຼວຽນດີ ແລະ ລະບົບການຍ່ອຍທີ່ດີ.

    ແມງສາບ ຖືເປັນແຫຼ່ງໂປຣຕີນທີ່ດີ ຖ້າຫາກວ່າຖືກລ້ຽງມາດີໃນຟາມລ້ຽງທີ່ສະອາດ, ມີມາດຕະຖານ, ກິນແຕ່ອາຫານຈຳພວກໝາກໄມ້, ເຂົ້າສາລີ, ເຂົ້າບາເລ້…

    ແມງສາບສາມາດກິນໄດ້ບໍ່ຕ່າງກັບແມງໄມ້ຈືນທົ່ວໄປທີ່ນິຍົມກິນ ເພາະແມງສາບເອງກໍເປັນແມງໄມ້ຕະກຸນດຽວກັນກັບແມງດາ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.