ຍິນດີນຳ..!!!ສາວລາວພົບຮັກແທ້ທີ່ຕ່າງແດນ ແຖມຖືກແຟນໜຸ່ມເຊີໄພ້ຂໍແຕ່ງງານເທິງຍົນ

    0
    529

    ຈາກໂພສ ເຮັດໃຫ້ສາວໆອິດສາກັນທົ່ວ KT Samleth ໂພສການຖືກຂໍແຕ່ງດອງສຸດຫວ້າວ ໂພສວ່າ:24.7.2021ພາບຄວາມຊົງຈຳທີ່ພິເສດຄັ້ງຫນຶ່ງໃນຊີວິດ, ຖືກຂໍແຕ່ງງານເກີນທີ່ຝັນໄວ້ຈົນເວົ້າຫຍັງບໍ່ອອກ.

    ຈາກຜູ້ຍິງຄົນນຶງຈາກບ້ານເກີດມາໄກແສນໄກແຕ່ກະຍັງໄດ້ມາພົບຄົນທີ່ຮັກເຮົາທີ່ສຸດແລະກະຢາກຝາກຊີວິດໄປດ້ວຍກັນ. ເຊີໄພຣ້ຄັ້ງນີ້ເພິ່ນວ່າເພິ່ນກຽມມາແຕ່ປີກາຍແຕ່ຕ້ອງຖ້າເພາະເຮັດຫຍັງກະຍາກເພາະສະຖານະການບ້ານເມືອງ, ສຸດທ້າຍແລ້ວມື້ນີ້ກະມາຖຶງໃນມື້ທີ່ທຸກຢ່າງພ້ອມແລະອອກມາຕາມທີ່ເພິ່ນຫວັງໄວ້.

    ຂອບໃຈທີ່ຮັກແລະດູແລກັນມາຕະຫຼອດຕາມຄຳສັນຍາທີ່ເຄີຍໃຫ້ໄວ້. ນີ້ເປັນພຽງນຶງບາດກ້າວເລິ່ມຕົ້ນທີ່ສຳຄັນຂອງເຮົາແລະຈະຍັງມີຫລາຍຢ່າງໃນອະນາຄົດທີ່ເຮົາຕ້ອງຈັບມືແລະກ້າວໄປດ້ວຍກັນ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.