ເສົ້າສະຫຼົດ..!!!ເສຍຊີວິດເພີ່ມອີກ 1 ຄົນຍ້ອນໂຄວິດ ເປັນແຮງງານລາວມາແຕ່ໄທ

    0
    587

    ອີງຕາມການລາຍງານ ຂອງຄະນະສະເພາະກິດປະຈຳວັນທີ 7 ສິງຫາ 2021: ຜູ້ຕິດເຊື້ອໃໝ່ມື້ນີ້ລວມ 354 ເຊິ່ງຕິດເຊື້ອພາຍໃນແຂວງມີ ແຂວງບໍ່ແກ້ວ 13 ຄົນ ແຂວງວຽງຈັນ 5 ຄົນ, ແຂວງໄຊຍະບູລີ 5 ຄົນ ແລະ ແຂວງຈຳປາສັກ 4 ຄົນ. ສຳລັບແຮງງານນຳເຂົ້າ, ຜູ້ເດີນທາງເຂົ້າປະເທດຄື ແຂວງສະຫວັນນະເຂດ 153 ຄົນ, ຈຳປາສັກ 70 ຄົນ, ຄຳມ່ວນ 51 ຄົນ, ນະຄອນຫຼວງວຽງຈັນ 49 ຄົນ, ແຂວງວຽງຈັນ 2 ຄົນ, ໄຊຍະບູລີ 1 ຄົນ ແລະ ບໍລິຄໍາໄຊ 1 ຄົນ.

    (ພາບປະກອບຂ່າວ)

    ຂໍ້ມູນໂດຍຫຍໍ້ຂອງຜູ້ຕິດເຊື້ອໃໝ່ 354 ຄົນ: ສຳລັບແຂວງບໍ່ແກ້ວ 13 ຄົນ ແມ່ນຢູ່ເມືອງຕົ້ນເຜິ້ງ, ແຂວງວຽງຈັນ 5 ຄົນ, ແຂວງໄຊຍະບູລີ 5 ຄົນ ແລະ ແຂວງຈຳປາສັກ 4 ຄົນ ແມ່ນສຳພັດໃກ້ຊິດກັບຜູ້ຕິດເຊື້ອເກົ່າ.

    (ພາບປະກອບຂ່າວ)

    ສ່ວນແຂວງສະຫວັນນະເຂດ 153 ຄົນ, ຈຳປາສັກ 70 ຄົນ, ຄຳມ່ວນ 51 ຄົນ, ນະຄອນຫຼວງວຽງຈັນ 49 ຄົນ, ແຂວງວຽງຈັນ 2 ຄົນ, ໄຊຍະບູລີ 1 ຄົນ ແລະ ບໍລິຄໍາໄຊ 1 ຄົນ ແມ່ນເປັນແຮງງານລາວທີ່ເດີນທາງກັບຈາກປະເທດໃກ້ຄຽງ ເຊິ່ງໄດ້ຮັບອະນຸຍາດຢ່າງຖືກຕ້ອງຕາມລະບຽບການ.

    (ພາບປະກອບຂ່າວ)

    ມາຮອດມື້ນີ້ ພວກເຮົາມີຕົວເລກຜູ້ຕິດເຊື້ອສະສົມທັງໝົດ 8,132 ຄົນ, ຄົນເຈັບເສຍຊີວິດສະສົມ 8 ຄົນ (ໃໝ່ 1 ຢູ່ແຂວງຈຳປາສັກ) ແລະ ກໍາລັງປິ່ນປົວ ທັງໝົດ 3,946 ຄົນ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.