ໜ້າຮັກອີກຄູ່! 2ໜຸ່ມໝັ້ນກັນໄວ້ກ່ອນ ງານແຕ່ງໃຫ້ມາຕາມຫຼັງ

    0
    571

    ເປັນອີກຄູ່ຮັກທີ່ສ້າງຮອຍຍິ້ມໃຫ້ກັບຊາວເນັດ ເມື່ອ 2ໜຸ່ມຮັກກັນ ຕັດສິນໃຈຈັດງານໝັ້ນນ້ອຍໆ ໂດຍມີຄອບຄົວຮ່ວມເປັນສັກຂີພິຍານ ສວມແຫວນປົງຄ່າດອງຈອງໄວ້ກ່ອນ ຄ່ອຍແຕ່ງຕາມຫຼັງ.

    ເປັນຄູ່ທີ່ໜ້າຮັກຫຼາຍ, ຈາກພາບທີ່ເຫັນຄືມີທຸກຄົນ ມີຄອບຄົວທີ່ຮັກ ເຂົ້າຮ່ວມສະແດງຄວາມຍິນດີກັບທັ້ງຄູ່, ເຊິ່ງແອັດເຊື້ອວ່າມັນເປັນສິ່ງພວກເຂົາທັງສອງຕ້ອງການທີ່ສຸດ.

    ພາຍຫຼັງທີ່ພາບດັ່ງກ່າວ ຖືກເຜີຍແຜ່ອອກໄປ ກໍ່ມີຊາວເນັດເຂົ້າມາສະແດງຄວາມເຫັນເປັນຈໍານວນຫຼວງຫຼາຍ ເຊິ່ງລ້ວນເປັນການສະແດງຄວາມເຫັນໄປໃນທາງບວກ ຍິນດີກັບພວກເຂົາທັງສອງ.

    ແອັດເອງກໍ່ຂໍສະແດງຄວາມຍິນດີກັບທັງສອງຄົນເດີ້ ຂໍໃຫ້ຮັກກັນຈົນແກ່ຈົນເຖົ້າເບິ່ງແຍງດູແລແລະຢູ່ນຳກັນໄປດົນໆເດີ້

    ໝັ້ນໄວ້ກ່ອນ ໜ້າຮັກອີກຄູ່! 2ໜຸ່ມໝັ້ນກັນໄວ້ກ່ອນ ງານແຕ່ງໃຫ້ມາຕາມຫຼັງ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.