ແພ ອາລິຍາ ອິນທະວົງ ກັບເສັ້ນທາງສູ່ ຮອງອັນດັບໜຶ່ງ Miss World Laos 2021 ມັນ​ບໍ່​ງ່າຍເລີຍ

    0
    410

    ນາງງາມໃນຕຳນານທີ່ທຸກຄົນຕ້ອງຮູ້ຈັກ ເເພ-ອາລິຍາ ອິນທະວົງ ຜູ້ມາກັບຄຳວ່ານາງງາມໃນສາຍເລືອດນ້ອງເເພຄົນນີ້ ໂປຟາຍບໍ່ທຳມະດາ ຈົບການສຶກສາຈາກ ວິທະຍາໄລການເງິນພາກເໜືອ.


    ຈົບຈາກມະຫາວິທະຍາໄລເເຫ່ງຊາດ ຄະນະເສດຖະສາດ ໄດ້ໄປສຶກສາໄລຍະສັ້ນທີ່ປະເທດ ຟິລິບປິນ ເຄີຍເປັນໜຶ່ງໃນພະນັກງານຂອງໂຄງການຂົນສົ່ງເເບບຍືນຍົງ ໃນຕົວເມືອງນະຄອນຫຼວງວຽງຈັນ (ພະເເນກ ຍທຂ) ແລະ ຕອນນີ້ກຳລັງສຶກສາທີ່ ວິທະຍາໄລ ລາວ-ອາເມລິກາ.


    ບາດກ້າວທຳອິດຂອງການເລີ່ມເຂົ້າສູ່ວົງການປະກວດເເມ່ນເວທີ Miss Universe Laos 2019 ເປັນຊ່ວງທີ່ຫາກໍ່ຈົບຈາກ ຄະນະເສດຖະສາດ ມະຫາວິທະຍາໄລແຫ່ງຊາດ ກໍ່ລົງປະກວດເວທີນາງງາມຄັ້ງທຳອິດ ແລະ ສາມາດຜ່ານເຂົ້າຮອດຮອບ 20 ຄົນສຸດທ້າຍ ຈາກ 30 ຄົນ.

    ນ້ອງເເພຍັງບໍ່ຍອມເເພ້ ກ້າວຂຶ້ນເວທີເປັນຄັ້ງທີ່ສອງ ນັ້ນກໍ່ຄືເວທີ #MissLaos2020 ນາງສາວລາວ 2020 ເປັນຕົວເເທນຈາກເເຂວງບໍ່ເເກ້ວ ສາມາດເຂົ້າຮອບ 10 ຄົນສຸດທ້າຍ ພ້ອມທັງຄວ້າລາງວັນພິເສດຄື ນາງສາວມີສະເໜ່ by Sunshine Apartment.


    ແລະ ການພະຍາຍາມຮອບສຸດທ້າຍກໍ່ໄດ້ມາເຖິງ ນ້ອງເເພລົງປະກວດອີກຄັ້ງໃນເວທີ Miss World Laos 2021 ການກັບມາຮອບນີ້ ເປັນທີ່ຈັບຕາຂອງສັງຄົມ ລວມເຖິງສື່ມວນຊົນຢ່າງເຕັມຮູບເແບບ

    ເພາະປະສົບການທີ່ພຽບພ້ອມທີ່ສຸດເລີຍກໍ່ວ່າໄດ້ ແລະ ໃນທີ່ສຸດກໍ່ສາມາດຄ້ວາມົງກຸດປະຈຳຕຳແໜ່ງ ຮອງອັນດັບໜຶ່ງ Miss World Laos 2021 ໄດ້ຢ່າງສົມກຽດ ແລະ ຄວ້າລາງວັນພິເສດ 2 ລາງວັນຄື: ນາງສາວໜ້າໃສມີສະເໜ່ by Fin ແລະ ຊຸດຊົນເຜົ່າດີເດັ່ນ by Dada Fashion.

    ຈາກ: MISSLAOSLA

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.