ທ່ານ ນາງ ບົວວອນ ສຸກລາແສງ, ຫົວໜ້າພະແນກ ແຜນການ ແລະ ການລົງທຶນ ນະຄອນຫຼວງວຽງຈັນ ລາຍງານຕໍ່ກອງປະຊຸມ ພົບປະກັບນັກທຸລະກິດ-ນັກລົງທຶນ ທີ່ດໍາເນີນທຸລະກິດຢູ່ນະຄອນຫຼວງວຽງຈັນ ທີ່ຈັດຂຶ້ນໃນວັນທີ 29 ກໍລະກົດ 2021 ຜ່ານມາ ວ່າ: ຜົນສຳຫຼວດກະທົບດ້ານເສດຖະກິດ ຈາກການລະບາດຂອງພະຍາດໂຄວິດ-19 ໃນນະຄອນຫຼວງວຽງຈັນ ຮອບທີ 2 ນັບແຕ່ກາງເດືອນເມສາ 2021 ເປັນຕົ້ນມາອັນໄດ້ສ້າງຜົນກະທົບຢ່າງໃຫຍ່ຫຼວງ ຕໍ່ການພັດທະນາເສດຖະກິດ-ສັງຄົມ ຢູ່ນະຄອນຫຼວງວຽງຈັນ.
ຈາກການສໍາຫຼວດຜົນກະທົບຕໍ່ດ້ານເສດຖະກິດໃນນະຄອນຫຼວງວຽງຈັນ ຊຶ່ງມີທັງສໍາຫຼວດຂໍ້ມູນຈາກບັນດາຂະແໜງການພາກລັດ ແລະ ການປະກອບຂໍ້ມູນຈາກບັນດາຫົວໜ່ວຍທຸລະກິດຈຳນວນ ກວ່າ 1.541 ຫົວໜ່ວຍ ເຊິ່ງຜົນການສໍາຫຼວດ ແລະ ຕີລາຄາ ພົບວ່າ: ຫົວໜ່ວຍທຸລະກິດ ທີ່ໄດ້ຮັບຜົນກະທົບຂັ້ນຮຸນແຮງ ມີ 245 ຫົວໜ່ວຍ, ກວມເອົາ 15,9%, ກວມຫຼາຍກວ່າໝູ່ແມ່ນການບໍລິການທ່ອງທ່ຽວ, ໂຮງແຮມ, ບ້ານພັກ, ສະຖານທີ່ບັນເທີງ ແລະ ຄົມມະນາຄົມ; ຜົນກະທົບໃນລະດັບກາງ ມີ 543 ຫົວໜ່ວຍ, ກວມເອົາ 35,2% ສ່ວນໃຫຍ່ແມ່ນຜູ້ປະກອບການດ້ານອຸດສາຫະກຳ ແລະ ຜົນກະທົບຫນ້ອຍ ມີ 753 ຫົວໜ່ວຍ, ກວມເອົາ 48,9% ສ່ວນຫຼາຍແມ່ນຂະແໜງກະສິກຳ, ປູກຝັງ ແລະ ລ້ຽງສັດ ຊຶ່ງແຍກຕາມໂຄງປະກອບເສດຖະກິດ ຕາມຂະແໜງການ ມີດັ່ງນີ້:
ຂະແໜງກະສິກຳ: ການລະບາດຂອງພະຍາດ ໂຄວິດ-19 ໄດ້ສົ່ງຜົນກະທົບໃສ່ຜູ້ປະກອບການໃນລະດັບ ຮຸນແຮງ ກວມເອົາ 4,7%, ຢຸດກິດຈະການຊົ່ວຄາວ 5%, ຫຼຸດພະນັກງານລົງ 8%, ຍອດລາຍຮັບແມ່ນຫຼຸດລົງ 21%, ເຫັນໄດ້ວ່າ ຜົນກະທົບຕໍ່ຂະແໜງກະສິກຳ ແມ່ນບໍ່ມີຜົນກະທົບຫຼາຍ ຖ້າສົມທຽບໃສ່ຂະແໜງການອຸດສະຫະກຳ ແລະ ຂະແໜງບໍລິການ, ອີງຕາມຕົວເລກການສຳຫຼວດ ແລະ ສະພາບຕົວຈິງ ຂອງການຜະລິດປະເພດສະບຽງອາຫານຊ່ວງປີດປະເທດ ແລະ ຊ່ວງປົກກະຕິ ກໍ່ສາມາດຜະລິດຊີ້ນ, ປາ, ໄກ່, ໄຂ່, ພືດຜັກໄດ້ຕາມຄວາມຕ້ອງການຂອງຜູ້ບໍລິໂພກໄດ້, ແຕ່ອຸປະສັກແມ່ນການຂົນສົ່ງ, ການຈຳໜ່າຍ ພົບຄວາມຫຍຸ້ງຍາກ ແລະ ການບໍລິໂພກຫຼຸດລົງ, ເນື່ອງຈາກບໍ່ໄດ້ຈັດກິດຈະກຳຫຼາຍປະເພດເຊັ່ນ: ງານລ້ຽງ, ງານດອງ ທີ່ໄດ້ນຳໃຊ້ພືດຜັກຜົນຜະລິດກະສິກຳ.
ຂະແໜງອຸດສາຫະກຳ: ໄດ້ສົ່ງຜົນກະທົບໃສ່ຜູ້ປະກອບການ ຢ່າງຮຸ່ນແຮງທີ່ສຸດ ກວມເອົາ 14%, ຢຸດກິດຈະການຊົ່ວຄາວ 44,45%, ຫຼຸດພະນັກງານລົງ 33.94%, ຍອດລາຍຮັບແມ່ນຫຼຸດລົງ 41.27%, ສະແດງວ່າ ຜົນກະທົບຕໍ່ຂະແໜງອຸດສາຫະກຳ ມີການຂະຫຍາຍຕົວຫຼຸດລົງ, ຜົນກະທົບດັ່ງກ່າວ ຈະເຮັດໃຫ້ອັດຕາການຂະຫຍາຍຕົວຂອງ ຂະແໜງອຸດສາຫະກຳ ໃນປີ 2021 ຄາດຄະເນຈັງຫວະການຂະຫຍາຍຢູ່ໃນລະດັບ 6,41%, ກວມເອົາ 49,57% ຕາມແຜນທີ່ວາງໄວ້ການຂະຫຍາຍຕົວໝົດປີຢູ່ໃນລະດັບ 8,5% ຫຼຸດແຜນທີ່ວາງໄວ້ 2,09% ສະແດງໃຫ້ເຫັນວ່າ ຂະແໜງອຸດສາຫະກຳ ຈະຂະຫຍາຍຕົວຊ້າໃນປີ 2021.
ຂະແໜງບໍລິການ: ສົ່ງຜົນກະທົບໃສ່ຜູ້ປະກອບການຢ່າງຮຸນແຮງກວມເຖີງ 77%, ການຢຸດກິດຈະການຊົ່ວຄາວ ກວມເອົາ 70,9 %, ຫຼຸດພະນັກງານລົງ 46,86%, ຍອດລາຍຮັບແມ່ນຫຼຸດລົງ 64,24%, ສະແດງເຖິງຜົນກະທົບໃສ່ຂະແໜງບໍລິການແມ່ນສູງຫຼາຍ ແລະ ອັດຕາການຂະຫຍາຍຕົວດ້ານການບໍລິການ ກໍ່ມີທ່າອ່ຽງຫຼຸດລົງຫຼາຍ. ຜົນກະທົບດັ່ງກ່າວ ຄາດວ່າຈະເຮັດໃຫ້ອັດຕາການຂະຫຍາຍຕົວຂະແໜງບໍລິການ ໃນປີ 2021 ຢູ່ໃນລະດັບ 4,72%, ກວມເອົາ 35,97% ຕາມເຕາມແຜນທີ່ວາງໄວ້ໝົດປີ 2021 ຈັງຫວະການຂະຫຍາຍຕົວແມ່ນ 5,2%. ຜົນກະທົບຕົ້ນຕໍ ຢູ່ໃນຂະແໜງການບໍລິການ ແມ່ນການທ່ອງທ່ຽວ, ຮ້ານບັນເທີງ, ຮ້ານອາຫານ, ລາຍຮັບ-ລາຍຈ່າຍ, ການຄົມມະນາຄົມພາຍໃນ ແລະ ລະຫວ່າງປະເທດ ແລະ ການບໍລິການອື່ນໆ ເຊິ່ງການກະທົບດັ່ງກ່າວ ອາດຈະສົ່ງຜົນກະທົບໃນໄລຍະຍາວ ຈົນກວ່າສະພາບການໂລກ ແລະ ພາຍໃນປະເທດ ເຂົ້າສູ່ພາວະປົກກະຕິ.