ແຊຕໍ່ໆເອົາບຸນ..!!!ພະຍາດຂໍ່ກະດູກ ເຊົາຂາດປານປິດຖີ້ມ ດ້ວຍໝາກເຟືອງສົ້ມ

    0
    1451

    #ພະຍາດຂໍ້ກະດູກ# ເຊົາຂາດດ້ວຍໝາກເຟືອງສົ້ມ
    @@ແຊຮຕໍ່ໄດ້ບຸນ ພະຍາດຂໍ້ກະດູກ ເກີດຈາການມີກົດຢູຣິກໃນເລືອດຫຼາຍເກີນໄປ ຊຶ່ງຈະພົບເຫັນຫຼາຍໃນກຸ່ມທີ່ມີນ້ຳ ໜັກເກີນມາດຕະຖານ, ຮັບປະທານທີ່ມີພິວລີນສູງ ເຊັ່ນ: ອາຫານທະເລ ແລະຊີ້ນສັດ, ນອກນັ້ນ ດື່ມ ເຄື່ອງດື່ມແອລກໍຮໍຫຼາຍເກີນໄປ,

    ຢາບາງຊະນິດທີ່ອາດເພີ່ມລະດັບຂອງກົດຢູຣິກ ຄື ແອສໄພລິນ, ໄນອາຊິນ ຫຼື ການໃຊ້ຢາຂັບປະສະວະ ແລະຄວາມເຈັບເປັນ ຫຼື ສະພາວະທາງການແພດບາງຢ່າງ ເຊັ່ນ ການຫຼຸດນ້ຳໜັກຢ່າງວ່ອງໄວ, ໂລກຄວາມດັນເລືອກສູງ

    ພະຍາດດັ່ງກ່າວ, ຕາມປົກກະຕິ ຮ່າງກາຍຂອງເຮົາຈະເປັນຄົນສ້າງເອງ ເຖິງ 80% ແລະອີກ 20% ເກີດຈາກການຮັບປະທານອາຫານ, ສະນັ້ນ ການຮັກສາພະຍາດນີ້ໃຫ້ເຊົາຂາດນັ້ນຈະຍາກຄືກັນກັບ ພະຍາດເບົາຫວານ, ຄວາມດັນເລືອດສູງ, ພໍເປັນແລ້ວຜູ້ປ່ວຍຈະຮູ້ວ່າມັນທໍລະມານເທົ່າໃດ, ຈະກິນອັນ ໃດກໍຕ້ອງໄດ້ລະວັງບໍ່ດັ່ງນັ້ນ ຈະເຮັດໃຫ້ອາການເຈັບນັ້ນບວມຂຶ້ນ, ແຕ່ກໍມີສະໝຸນໄພບາງຊະນິດສາມາດ ຊ່ວຍໄດ້ ເຊັ່ນ: ໝາກເຟືອງສົ້ມ ຊຶ່ງເປັນສູດຢາສະໝຸນໄພທີ່ໃຊ້ກັນມາດົນນານແລ້ວ

    ສ່ວນຂັ້ນຕອນເຮັດກໍງ່າຍໆ ພຽງແຕ່ເອົາໝາກເຟືອງສົ້ມ 1 ໜ່ວຍ, ເກືອ ນ້ອຍໜຶ່ງ, ນ້ຳເຜີ້ງ 1 ບ່ວງ ແລະນ້ຳຕົ້ມສຸກ ກະໃຫ້ໄດ້ 2 ຈອກຕໍ່ມື້ ຈາກນັ້ນ ກໍເອົາສ່ວນປະສົມນີ້ໄປປັ່ນໃຫ້ເຂົ້າກັນຈົນລະອຽດ ແລະກິນເທື່ອລະເກືອບເຕັມຈອກ ເຊົ້າ-ແລງ ກ່ອນອາຫານ, ເຮັດກິນແບບນີ້ຕິດຕໍ່ກັນ 6 ມື້ ພະຍາດຂໍ້ ກະດູກ ກໍຈະເຊົາໄດ້

    ໝາກເຟືອງ ຖືເປັນໝາກໄມ້ຊະນິດໜຶ່ງທີ່ມີສັບພຄຸນທາງການຢາຫຼາຍຢ່າງເຊັ່ນ: ຍອດໝາກເຟືອງ ກັບຍອດໝາກພ້າວ ຖ້າຕົ້ມປະສົມກັນ ສາມາດແກ້ໄຂ້ຫວັດໃຫຍ່ໄດ້, ສ່ວນໃບຕົ້ມອາບແກ້ອອກຕຸ່ມຄັນ ຫຼື ໝາກສຸກໝາກໄສ, ແກ່ນ ກັບຮາກ ຕົ້ມກິນແກ້ຖອດທ້ອງ, ແກ້ເຈັບເສັ້ນເອັນ ແລະໝາກ ຍັງສາມາດ ນຳມາສະຜົມບຳລຸງເສັ້ນຜົມ, ກຳຈັດລັງແຄໄດ້ອີກດ້ວຍ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.