ລັດຖະບານຍີ່ປຸ່ນ ມອບລົດອຳບູລັງ7 ຄັນ ໃຫ້ກະຊວງສາທາລະນະສຸກ ໃຊ້ເຂົ້່າໃນການ ຕ ້ າ ນ ພ ະ ຍ າ ດ ໂ ຄ ວ ິ ດ

    0
    429

    ວັນທີ 5 ສິງຫາ 2021, ທ່ານ Takewaka Keizo  ເອກອັກຄະຣາຊະທູດ ຍີ່ປຸ່ນ ປະຈໍາລາວ ໄດ້ມອບລົດອຳບູລັງໃຫ້ກະຊວງສາທາລະນະສຸກ,  ຕາງໜ້າຮັບໂດຍ  ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີ ກະຊວງສາທາລະນະສຸກ ໂດຍມີ ບັນດາຫົວໜ້າຫ້ອງ ການ, ຫົວໜ້າກົມອ້ອມຂ້າງກະຊວງສາທາລະນະສຸກ ເຂົ້າຮ່ວມເປັນສັກຂີພິຍານ.


    ລັດຖະບານຍີ່ປຸ່ນໄດ້ໃຫ້ການຊ່ວຍເຫຼືອ ກະຊວງສາທາລະນະສຸກ ກໍຄື ຄະນະສະເພາະກິດເພື່ອ ປ້ອງກັນ, ຄວບຄຸມ ແລະ ແກ້ໄຂການລະບາດຂອງພະຍາດ ໂຄວິດ-19, ກໍ່ຄືລັດຖະບານ ລາວຄື ລົດສຸກເສີນນໍາສົ່ງຄົນເຈັບ ຈໍານວນ 7 ຄັນ.


    ກະຊວງສາທາລະນະສຸກໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຢ່າງທັນການ ຂອງລັດຖະບານຍີ່ປຸ່ນ ໃນຄັ້ງນີ້ກໍຄືຫຼາຍຄັ້ງຜ່ານໆມາ, ຊຶ່ງເປັນການສະ ແດງເຖິງຄວາມເປັນຫ່ວງເປັນໄຍ ແລະ ຄວາມເອົາໃຈໃສ່ຂອງ ລັດຖະບານ ຍີ່ປຸ່ນ ຕໍ່ລັດຖະບານ ລາວ ໃນຍາມທີ່ມີຄວາມຫຍຸ້ງຍາກ ແລະ ທ້າທາຍ.


    ການຊ່ວຍເຫຼືອ ພາຫະນະນໍາສົ່ງຄົນເຈັບ ຈໍານວນ 7 ຄັນ ລວມເປັນມູນຄ່າ 31 ລ້ານ 5 ແສນ ເຢັນ (ຫລືປະມານ 3 ແສນ ໂດລາ) ແມ່ນ ຈະໄດ້ ຮີບດ່ວນ ແຈກຢາຍ ໃຫ້ບັນດາແຂວງທີ່ມີຄວາມຕ້ອງການ ຢ່າງຮີບດ່ວນ ເພື່ອໃຫ້ທັນຕໍ່ສະພາບການ ທີ່ພະຍາດ COVID-19 ກໍາລັງລະບາດ, ໂດຍສະເພາະ ແມ່ນບັນດາແຂວງພາກໃຕ້ ທີ່ມີຜູ້ຕິດເຊື້ອໂຄວິດ-19, ເປັນຈຳນວນຫລາຍ ແລະມີຄວາມຈໍາເປັນທີ່ສຸດ ໃນການນໍາສົ່ງຄົນເຈັບຕິດເຊື້ອ ໄປສະຖານກັກກັນ ແລະ ປິ່ນປົວຕາມຄວາມເໝາະສົມ.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.