ແຈ້ງເຖິງບັນດາ ລູກຫຼານຜູ້ມີຄວາມສົນໃຈຈະເສັງເຂົ້າ ໂຮງຮຽນພອນສະຫວັນ ເລີ່ມຂາຍຄຳຮ້ອງມື້ອື່ນເປັນຕົ້ນໄປ

    0
    263

    ແຈ້ງເຖິງບັນດາ ລູກຫຼານມີຄວາມສົນໃຈຈະເສັງເຂົ້າ ໂຮງຮຽນພອນສະຫວັນ ເລີ່ມຂາຍຄຳຮ້ອງມື້ອື່ນເປັນຕົ້ນໄປ

    ໂຮງຮຽນ ພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ ຖືວ່າເປັນໂຮງຮຽນລະດັບຕົ້ນໆຂອງປະເທດ ທີ່ມີຮາກຖານນອນຢູ່ໃນມະຫາວິທະຍາໄລ ແຫ່ງຊາດ ແລະ ໄດ້ຂຶ້ນຊື່ວ່າ ເປັນໂຮງຮຽນທີ່ມີນັກຮຽນເກັ່ງລະດັບປະເທດເປັນຈຳນວນຫຼວງຫຼາຍ ເຊິ່ງວັດແທກຈາກ ຕົວເລກການສອບເສັງນັກຮຽນເກັ່ງລະດັບຊາດໃນແຕ່ລະປີ ແຕ່ຜູ້ຈະໄດ້ເຂົ້າໄປໃນນັ້ນຕ້ອງເສັງຜ່ານໃຫ້ໄດ້ຕາມເກນສາກ່ອນ.

    ເພື່ອເປີດໂອກາດໃຫ້ລູກຫຼານທີ່ມີເປົ້າໝາຍຢາກເຂົ້າໄປຮຽນໃນໂຮງຮຽນດັ່ງກ່າວໃນສົກຮຽນ 2021-2022 ທາງໂຮງຮຽນໄດ້ແຈ້ງການອອກມາແລ້ວ ສະບັບເລກທີ 289/ຮພຊ, ລົງວັນທີ 4 ສິງຫາ 2021 ໂດຍຈະມີການຄັດເອົານັກຮຽນ ທີ່ຈົບປະຖົມຊັ້ນ ປໍ5 ເສັງເຂົ້າຮຽນຕໍ່ຊັ້ນມໍ1 ແລະ ນັກຮຽນທີ່ຈົບຊັ້ນ ມໍ4 ເພື່ອເສັງເຂົ້າຊັ້ນ ມໍ5 ທີ່ໂຮງຮຽນ ພອນສະຫວັນ ແລະ ຊົນເຜົ່າກຽມມະຫາວິທະຍາໄລ.

    ເຊິ່ງລາຍລະອຽດສຳລັບການສອບເສັງເຂົ້າຮຽນໃນຊັ້ນ ມໍ1 ປະກອບມີ: ວິຊາ ຄະນິດສາດ, ວິຊາ ພາສາລາວ ແລະ ວິຊາພາສາອັງກິດ. ສຳລັບການສອບເສັງເຂົ້າຮຽນຕໍ່ທີ່ຊັ້ນ ມໍ5 ແມ່ນປະກອບມີ: ວິຊາ ຄະນິດສາດ, ວິຊາ ພາສາລາວ-ວັນນະຄະດີ ແລະ ສາຍວິທະຍາສາດທຳມະຊາດ ເຊິ່ງລວມມີ ( ເຄມີ-ຟີຊິກ) ແລະ ວິຊາ ພາສາອັງກິດ.
    ຖ້າທ່ານໃດຢາກສົ່ງລູກຫຼານເຂົ້າສອບເສັງ ແມ່ນສາມາດຊື້ຟອມຄຳຮ້ອງທີ່ໂຮງຮຽນ ພອນສະຫວັນ ແລະ ຊົນເຜົ່າ ກຽມມະຫາວິທະຍາໄລ ທີ່ຊັ້ນ 2 ທີ່ຫ້ອງເລຂາ ເວລາ 8:00-16:00 ແຕ່ຈັນ-ສຸກ

    ເລີ່ມຂາຍແບບຟອມ ວັນພະຫັດທີ 5 ສິງຫາ 2021 ແລະປິດຂາຍແບບຟອມ ວັນພະຫັດທີ 19 ສິງຫາ 2021, ວັນທີ 20 ສິງຫາ 2021 ສອບເສັງ ມ5 ແລະວັນທີ 21 ສິງຫາ 2021 ສອບເສັງ ມ1.

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.