ອີກແລ້ວ!ເຈົ້າໜ້າທີ່ໄທ ຈັ ບແຮງງານຊາວລາວ 03 ຄົນ ລັ ກລອບຂ້າມປະເທດ ເພື່ອຈະກັບແຂວງຈຳປາສັກ

    0
    253

    ຮູ້ວ່າພວກເຈົ້າຢາກກັບບ້ານ ພວກເຈົ້າພາກັນຄິດຮອດບ້ານ ຫຼືພວກເຈົ້າບໍ່ມີວຽກເຮັດ ຖືກເລີກຈ້າງ ດ້ວຍສະຸຖານະການທ່າມກາງການໂລກລະບາດຂອງໂຄວິດ ຫຼື ອາດຈະຕິດເຊື້ອແລ້ວຢາກກັບມາຮັກສາຢູ່ບ້ານເກີດຂອງຕົນ ແຕ່ກໍ່ບໍ່ຄວນລັກມາແບບນີ້ ພວກເຈົ້າກໍ່ຄວນຄິດວ່າຖ້າພວກເຈົ້າລັກມາມັນສ່ຽງສ່ຳໃດ ຖ້າພວກເຈົ້າຕິດເຊື້ອແລ້ວລັກຂ້າມມາ ເມື່ອກັບໄປຫາຄອບຄົວຂອງຕົນເອງ ຄິດບໍ່ຈະເກີດຫັຍງຂື້ນກັບຄົນທີ່ເຈົ້າຮັກ ແລະ ຈະເກີດຫັຍງຂື້ນກັບຄົນທີ່ບໍ່ຮູ້ເລື້ອງນຳຖ້າຫາກພວກເຈົ້າຕິດເຊື້ອແລ້ວ ຖ້າບໍ່ຕິດເຊື້ອກໍ່ໂຊກດີ

    ໄປ ແຕ່ກໍ່ບໍ່ຄວນລັກຂ້າມມາແບບນີ້ ມາໃຫ້ຖືກຕາມລະບຽບ ເພາະທາງການເພິ່ນກໍ່ອະນຸຍາດໃຫ້ມາຢູ່ແລ້ວຈຳເປັນຫັຍງຕ້ອງລັກມາແບບນີ້ ໃນວັນທີ02/08/2021 ເຈົ້າໜ້າທີ່ໄທໄດ້ກຸມຕົວແຮງງານຊາວລາວ 03 ຄົນ ຂະນະກຽມລັກລອບຂ້າມປະເທດ ເພື່ອສິກັບແຂວງຈຳປາສັກ ຢູ່ບໍລິເວນດ້ານຫຼັງດ່ານຊ່ອງເມັກປະເທດໄທ ເຊິ່ງທັງ 03 ໃຫ້ການວ່າລັກລອບມາເຮັດວຽກແບບຜິດກົດໝາຍຢູ່ໄທຫຼາຍປີ ເມື່ອເຈີສະຖານະການໂລກລະບາດ ນາຍຈ້າງປິດກິດຈະການ ເຮັດໃຫ້ທັງ 03 ຕົກວຽກ ຈຶງພາກັນເດີນທາງກັບປະເທດແຕ່ບໍ່ມີພາດສະປອດ ຈຶ່ງໃຊ້ວິທີລັກລອບຂ້າມ ເຈົ້າໜ້າທີ່ໄດ້ນຳຕົວຜູ້ກ່ຽວທັງໝົດໄປກວດຫາເຊື້ອ ພ້ອມດຳເນີນຄະດີຕາມກົດໝາຍຕໍ່ໄປ

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.