ເລຂາທິການໃຫຍ່ ປະທານປະເທດແຫ່ງ ສປປລ ເນັ້ນໜັກ 8 ບັນຫາສໍາຄັນ ຕໍ່ພະນັກງານຫລັກແຫລ່ງກະຊວງປ້ອງກັນປະເທດ

    0
    876

    ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ ປະທານປະເທດ ເນັ້ນ ໜັກ 8 ບັນຫາສໍາຄັນຕໍ່ພະນັກງານຫລັກແຫລ່ງກະຊວງປ້ອງກັນປະເທດ ເພື່ອເສີມຂະຫຍາຍມູນເຊື້ອຂອງກຳລັງປ້ອງກັນຊາດໃຫ້ນັບມື້ເຕີບໃຫ່ຍເຂັ້ມແຂງ ແລະໄດ້ຮັບການພັດທະນາຢ່າງຮອບດ້ານໃນໂອກາດໃຫ້ກຽດໂອ້ລົມຕໍ່ພະນັກງານຫລັກແຫລ່ງ ກະຊວງ ປ້ອງກັນປະເທດ ໃນວັນທີ 4 ສິງຫາ 2021, ທີ່ກະຊວງປ້ອງກັນປະເທດ ທ່ານ ທອງລຸນ ສີສຸລິດ, ເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກ, ປະທານປະເທດ ໄດ້ ເນັ້ນໜັກ 8 ບັນຫາຕົ້ນຕໍ ຄື:

    1. ສືບຕໍ່ຝຶກຝົນທາດແທ້ປະຕິວັດ, ຄວາມຈົ່ງຮັກພັກດີຕໍ່ປະເທດຊາດ, ຍອມເສຍສະຫຼະ ເພື່ອຊາດ ເພື່ອປະຊາຊົນຂອງນັກຮົບ, ນາຍ ແລະ ພົນທະຫານໃນກອງທັບເຮົາໃຫ້ຖືເປັນບັນຫາສຳຄັນໃຈກາງ ແລະ ບໍ່ສາມາດຖືເບົາໄດ້;

    2. ສ້າງຄວາມເປັນເອກະພາບສູງກັບແນວທາງນະໂຍບາຍຂອງພັກ, ຢ່າງໜັກແໜ້ນພາຍໃນຖັນແຖວປະກອບອາ ວຸດ; ຂໍໃຫ້ກຳລັງປະກອບອາວຸດ ເປັນກຳລັງແຖວໜ້າໃນການກຳແໜ້ນແນວທາງນະໂຍບາຍຂອງພັກ, ຜັນຂະຫຍາຍອອກມາເປັນອັນລະອຽດ ຂອງກຳລັງປະກອບອາວຸດ ເພື່ອຝຶກຝົນປະຊາຊົນ, ອະທິບາຍ ແລະ ສ້າງຮາກຖານປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ໃຫ້ເຂັ້ມແຂງຂຶ້ນ;

    3. ກອງທັບ, ນັກຮົບ, ນາຍ ແລະ ພົນທະຫານ ຕ້ອງສືບຕໍ່ຝຶກຝົນຄວາມມີລະບຽບວິໄນຖືສິ່ງນີ້ທັງເປັນທາດແທ້, ເປັນຊີວິດຈິດໃຈ ຂອງຕົນ, ທັງເປັນຄຸນລັກສະນະ ທີ່ຂາດບໍ່ໄດ້ ເພື່ອເປັນອາວຸດອັນແຫຼມຄົມ ຕັດສິນໄຊຊະນະ ຫຼືປະລາໄຊ ກັບສັດຕູຂອງຊາດ, ລະບຽບວິໄນ ຕ້ອງຕິດພັນກັບຈັນຍາບັນຂອງກອງທັບປະຕິວັດ ບໍ່ຄວນອະນຸຍາດໃຫ້ໃຜອອກ ນອກທາງ, ອອກຈາກກອບຂອງລະບຽບ,ກົດໝາຍ, ກົດຄຳສັ່ງໄດ້ເດັດຂາດ ຢູ່ໃນຖັນແຖວປະກອບອາ ວຸດ ຂອງພວກເຮົາ,ລະບຽບກອງທັບ ຕ້ອງເຄັ່ງຄັດຕໍ່ການປະຕິບັດ, ເດັດຂາດ ການບັງຄັບບັນຊາ ເປັນລະບຽບເຫຼັກ, ເຖິງເວລາຕ້ອງຍອມເສຍສະຫຼະແມ້ແຕ່ຊີວິດເພື່ອຊາດ,ເພື່ອປະຊາຊົນ, ກຽມພ້ອມຢູ່ທຸກເວລາໃນການປະຕິບັດໜ້າທີ່ (ຍອມເສຍສະຫຼະດ້ວຍຄວາມພິລະອາດຫານ ແລະ ດ້ວຍຄວາມພູມໃຈ).

    4. ກອງທັບເຮົາ ຕ້ອງຝຶກຝົນຫຼໍ່ຫຼອມດ້ານສິນລະປະຍຸດ, ຍຸດທະວິທີຢ່າງເປັນປະຈໍາ.
    5. ພັດທະນາກອງທັບໃຫ້ເຂັ້ມແຂງ, ທັນສະໄໝ ເທື່ອລະກ້າວ, ຮູ້ຈຸດໃດ, ຂົງເຂດໃດ, ກໍາລັງປະເພດໃດທີ່ຕ້ອງເນັ້ນໜັກການພັດທະນາ, ເນັ້ນໜັກການປັບປຸງ, ເໜັ້ນໜັກການນຳໃຊ້. ກຳລັງໃດ, ປະເພດໃດທີ່ຕ້ອງສ້າງ, ປັບປຸງໂລດ ໃນສະເພາະໜ້າ ແລະ ກຳລັງປະເພດໃດ ຕ້ອງພັດທະນາໄລຍະຍາວ, ເຊິ່ງຕ້ອງຮູ້ວ່າມັນຂຶ້ນຢູ່ກັບສະຖານະການຈະຜັນແປນັ້ນໃຫ້ຊັດເຈນ ແລະ ໜັກແໜ້ນ ເພື່ອບໍ່ໃຫ້ຜິດພາດ ໃນການຕົກລົງ ແລະ ຕັດສິນໃຈ.

    6. ກອງທັບເຮົາຕ້ອງສືບຕໍ່ເອົາໃຈໃສ່ ຊ່ວຍລັດຖະບານແກ້ໄຂບັນຫາເສດຖະກິດ, ກອງ ທັບຕ້ອງສ້າງຄວາມເຂັ້ມ ແຂງທາງດ້ານການສ້າງພາລະທິການກັບທີ່ເພື່ອຊ່ວຍຫຼຸດຜ່ອນການແບກຫາບ ຂອງລັດຖະບານ ໄດ້ຫຼາຍເທົ່າໃດ ກໍ່ຍິ່ງດີ ເພື່ອໃຫ້ລັດຖະບານ ມີກຳລັງແຮງຊ່ວຍກອງທັບ ໃນບັນຫາຍຸດທະສາດໃຫຍ່ໆ. ການປະຢັດ, ການໃຊ້ຈ່າຍ ຢ່າງມີປະສິດທິຜົນ ຕ້ອງເປັນທາດແທ້ ຂອງກອງທັບເຮົາ.

    7. ກອງທັບເຮົາ, ກຳລັງປະກອບອາວຸດເຮົາ ຈະສືບຕໍ່ມູນເຊື້ອອັນດີງາມ ໃນການຊ່ວຍເຫຼືອປະຊາຊົນ, ຊ່ວຍເຫຼືອດ້ານການລົບລ້າງຄວາມທຸກຍາກ, ຊ່ວຍບັນ ເທົາທຸກ ໃນຍາມມີໄພ ທີ່ກະທົບເຖິງປະຊາຊົນ ດັ່ງທີ່ເຄີຍປະຕິບັດມາ, ເຊິ່ງກອງທັບເຮົາໄດ້ເປັນທີ່ໄວ້ວາງໃຈໄດ້ ຂອງປະຊາຊົນ ຢ່າງແທ້ຈິງ ໃນໄລຍະຜ່ານມາ;

    8. ກອງທັບເຮົາ ຈະຕ້ອງສືບຕໍ່ໃຫ້ຄວາມສໍາຄັນ ກັບການພົວພັນກັບ ປະເທດເພື່ອນມິດ ທັງຢູ່ໃກ້ ແລະ ຢູ່ໄກ, ໂດຍສະເພາະເອົາໃຈໃສ່ກັບເພື່ອນມິດຍຸດທະສາດ ຮູ້ຍາດແຍ່ງ, ຮູ້ຮໍ່າຮຽນ ແລະ ຮູ້ຮັບເອົາການຮ່ວມມືຢ່າງມີການເລືອກເຟັ້ນດ້ວຍສະຕິປັນຍາທີ່ແຫຼມຄົມ.ຂ່າວ: ຈັນະສອນ ສີຫານາດພາບ: ຄໍາກອງ ກິດຕິຄຸນ ຂອບໃຈທີ່ມາ:Lao National Radio

    LEAVE A REPLY

    Please enter your comment!
    Please enter your name here

    This site uses Akismet to reduce spam. Learn how your comment data is processed.